ປະກາດຮັບພະນັກງານຄົນລາວທີ່ໄດ້ພາສາຫວຽດ ອ່ານໄດ້,ຂຽນເປັນ,ສາມາດໃຊ້ຄອມພິວເຕີໃນການເຮັດວຽກໄດ້ ສະຖານທີ່ເຮັດວຽກແມ່ນເຂດທຸລະກິດພິເສດ ສາມຫລ່ຽມທອງຄຳແຂວງບໍ່ແກ້ວ.

ສຳຫລັບການເຮັດວຽກ ຊ່ວງທຳອິດຈະມີຄົນສອນວຽກໃຫ້ພ້ອມ ເຮັດວຽກຢູ່ພະແນກບັນຊີ (ຕ້ອງການຈຳນວນຫຼາຍ) ເງິນເດືອນຂັ້ນເລີ່ມຕົ້ນ3ເດືອນທຳອິດແມ່ນ 3000-5000 ຢ໋ວນ ຫຼື 4.700.000-8.000.000ກີບ/ເດືອນ ຫຼັງຈາກເຮັດວຽກຄົບ 3 ເດືອນ.

ຖ້າເຮັດວຽກໄດ້ຊຳນານແລ້ວຈະເພີ່ມເງິນເດືອນເປັນ 6000-10.000ຢ໋ວນ ຫຼື 9.500.000-15.000.000ກີບ/ເດືອນ ຮັບປະກັນວຽກທີ່ເຮັດບໍ່ແມ່ນວຽກທີ່ໄປຕວົະຍວົະລູກຄ້າ,ບຸກຄົນອື່ນ ແລະ ຫຼັງຈາກເຮັດວຽກຄົນ 3 ເດືອນຖ້າຖືກບັນຈຸເປັນພະນັກງານເຕັມ 100 ແລ້ວ ທຸກປີຮອດວັນເກີດຈະມີເງິນໃຫ້ 1000ຢ໋ວນ ຕໍ່ຄົນ ແລະ ເຮັດວຽກໄປໄດ້ 6 ເດືອນບໍລິສັດພັກວຽກໃຫ້ 15 ມື້.

ໂດຍທີ່ ບໍລິສັດຈະອອກຄ່າເດີນທາງກັບບ້ານ,ຕອນກັບມາເຮັດວຽກທັງໝົດ ແຕ່ຖ້າຫາກເລືອກທີ່ຈະບໍ່ພັກວຽກຈະມີເງິນໃຫ້ 4000 ຢ໋ວນ ເວລາເຮັດວຽກແມ່ນ 12 ຊົ່ວໂມງ/ມື້ ກະຕອນເຊົ້າ:ເລີ່ມ9:30-21:30 ກະຕອນແລງ:21:30-9:30 ເດືອນ 1 ພັກ 2 ມື້ສາມາດເລືອກໄດ້ວ່າມື້ໄດ້ ການກິນຢູ່ບໍລິສັດມີທີ່ພັກອາໄສໃຫ້,ລ້ຽງເຂົ້າ 3 ຄາບຕໍ່ມື້ ຟຮີ, ມີຄ່າປະກັນໄດ້ໃຫ້ 1000ຢ໋ວນ/ປີ ແລະ ບໍລິສັດຍັງມີການຈັດການລ້ຽງໃຫ້ທຸກໆປີໃໝ່ຈີນ, ປີໃໝ່ສາກົນ ຂໍຄົນທີ່ມີຄວາມຕັ້ງໃຈຢາກເຮັດວຽກແທ້ ຕິດຕໍ່ເບີ.
ທີ່ມາ
