ຄົນມີຄວາມປາຖະໜາດີຕໍ່ຄົນຮອບຂ້າງ ແລະ ເຈົ້າປາຖະໜາທີ່ຈະໃຊ້ຊີວິດຢ່າງມີຄວາມສຸກ ສະຫງົບ ລຽບງ່າຍ
ມັກກິ່ງໄມ້ໝາຍເລກ 1 ທີ່ສຸດ

ເຈົ້າມັກທີ່ຈະຊ່ວຍເຫຼືອຜູ້ອື່ນເມື່ອເວລາຜູ້ອື່ນມີບັນຫາ ບໍ່ວ່າຈະເປັນໃນເລື່ອງທຸກຮ້ອນໃຈ ຫຼືເລື່ອງກຸ້ມໃຈຕ່າງໆ ເຈົ້າມັກຈະຍື່ນມືໃຫ້ຄວາມຊ່ວຍເຫຼືອ ແລະ ຄອຍຢູ່ຂ້າງໆ ເຖິງແມ້ໃນບາງຄັ້ງເຈົ້າອາດຈະຊ່ວຍຫຍັງບໍ່ໄດ້ແຕ່ເຈົ້າກໍຈະນັ່ງຢູ່ຂ້າງໆ ເປັນເພື່ອນເຂົາເອີ້ນໄດ້ວ່າເປັນຄົນທີ່ມັກຊ່ວຍເຫຼືອແບບທຸ່ມສຸດຕົວ ເຮັດໃຫ້ຄົນອື່ນປະທັບໃຈຕົວເຈົ້າໃນເລື່ອງນີ້

ມັກກິ່ງໄມ້ໝາຍເລກ 2 ທີ່ສຸດ:
ເຈົ້າມັກໄປໃສມາໃສຄົນດຽວ ເຈົ້າມັກໃຊ້ຊີວິດພຽງລຳພັງ ບໍ່ມັກສຸງສິງກັບໃຜ ແລະ ບໍ່ມັກໃຫ້ໃຜມາກວນໃຈຫຍັງທັງນັ້ນເຈົ້າເຮັດວຽກເປັນຄົນສູ້ຊີວິດ ເພາະສະນັ້ນຮອບຂ້າງຂອງເຈົ້ານັ້ນຈະມີເພື່ອນນ້ອຍ ແທບຈະບໍ່ຄ່ອຍມີເພື່ອນສະໜິດຫຼືເພື່ອນຮູ້ໃຈ ບໍ່ຄ່ອຍມີຄົນທີ່ຫ່ວງໃຍເຈົ້າແລະ ແນ່ນອນວ່າເຈົ້າກໍບໍ່ຄ່ອຍສົນໃຈໃຜ ແຕ່ເຈົ້າກໍບໍ່ໄດ້ເປັນຄົນເຍືອກເຢັນຫຼືບໍ່ມີຄວາມຮູ້ສຶກດອກເນາະເມື່ອເຖິງເວລາທີ່ຄົນອື່ນລຳບາກ ເຈົ້າກໍມັກຈະເປັນຄົນຍື່ນມືເຂົ້າໄປຊ່ວຍເຫຼືອໃນທັນທີ ແລະ ເຈົ້າກໍຄອຍຊ່ວຍເຫຼືອ ແລະ ໃຫ້ຄຳແນະນຳທີ່ດີກັບຄົນອື່ນມາຕະຫຼອດເມື່ອຄົນອື່ນມີບັນຫາ

ມັກກິ່ງໄມ້ໝາຍເລກ 3 ທີ່ສຸດ:
ເຈົ້າມີຄວາມສຸກໃນຊີວິດທຸກມື້ ເຈົ້າເປັນຄົນເບິ່ງໂລກໃນແງ່ບວກ ແຕ່ບາງທີ່ກໍມີເລື່ອງໃຫ້ກຸ້ມໃຈຢູ່ແດ່ ແຕ່ເຈົ້າກໍຈະເສຍເວລາກັບມັນຢູ່ບໍ່ດົນແລ້ວເດຈົ້າກໍຈະລືມມັນ ໄປເລີ່ມຕົ້ນໃໝ່ໃນສິ່ງທີ່ເຮັດໃຫ້ເຈົ້າມີຊີວິດທີ່ຮັກໃນຄວາມອິດສະຫຼະ ເຈົ້າເປັນຄົນທີ່ຄ່ອນຂ້າງສະບາຍໆ ງ່າຍໆ ເຈົ້າເປີດໃຈທີ່ຈະທຳຄວາມຮູ້ຈັກກັບຄົນຮອບຂ້າງ ແລະ ເພື່ອນລາກຫຼາຍຕົວເຈົ້ານັ້ນມີຄວາມສຸກ ຄົນທີ່ຮູ້ໃຈເຈົ້າຫຼາຍທີ່ສຸດນັ້ນກໍຄືເພື່ອນສະນິດ ແລະ ເພື່ອນຊີ້ຂອງເຈົ້າ ເບິ່ງຕາກໍ່ຮູ້ໃຈບໍ່ຕ້ອງເວົ້າຫຍັງກັນລາກຫຼາຍແລະ ເຈົ້າເປັນຄົນທີ່ຮັກເພື່ອນ ບໍ່ຖິ້ມເພື່ອນໃນຍາມທີ່ລຳບາກ ດັ່ງນັ້ນເຂົາຕ້ອງການທີ່ຈະນຳພາຄວາມສຸກເຂົ້າມາໃນຊີວິດເພື່ອໃຫ້ເຈົ້າມີຄວາມສຸກຕະຫຼອດໄປຄືກັບທີ່ເຈົ້າເຄີຍເຮັດກັບເຂົາ

ມັກກິ່ງໄມ້ໝາຍເລກ 4 ທີ່ສຸດ:
ເຈົ້າເປັນຄົນຮຽບຮ້ອຍ ເຈົ້າເປັນຄົນຮັກຄອບຄົວ ຄອບຄົວເປັນຊີວິດຈິດໃຈທີ່ເຮັດໃຫ້ເຈົ້າມີຄວາມສຸກ ໃນເວລາທີ່ເຈົ້າລຳບາກຫຼືເຈົ້າມີຄວາມສຸກເຈົ້າກໍມັກຈະນຶກເຖິງຄອບຄົວເປັນອັນດັບທຳອິດ
ເພາະພວກເຂົາໃຫ້ຄວາມຮັກ ຄວາມຫ່ວງໃຍ ແລະ ຄວາມອົບອຸ່ນກັບເຈົ້າໂດຍສະເໝີມາ ເຈົ້າໃຫ້ຄວາມສຳຄັນກັບຄົນໃນຄອບຄົວ ແລະ ຄອຍດູແລຢ່າງໃກ້ຊິດເປັນຢ່າງດີ ເຮັດໜ້າທີ່ຍັງບໍ່ຂາດຕົກບົກພ່ອງ
ທີ່ມາຈາກ: tainisai