ເຕືອນສາຍຄວັນ.

ເຕືອນສາຍຄວັນ.
ມື້ນີ້ຂ້ອຍຢາກຂໍເຕືອນ ມື້ວານຂ້ອຍໄດ້ເຕະບານແລ້ວ ແລ້ວຫຼັງຈາກນັ່ງໃກ້ກິນເບຍ ແລະ ສູບຢາສູບໄຟຟ້ານ້ຳຢາ CBD ຫຼັງຈາກທີ່ສູບໄປ 5 ນາທີ ຮູ້ສືກວິນຫົວ ພາບຫຼອນ ແລະຄຸມໂຕເອງບໍ່ໄດ້.
ຜ່ານໄປປະມານ 2 ນາທີ ໝູ່ຂ້ອຍໄດ້ເອົາຂ້ອຍໄປນອນ ຈາກນັ້ນ ຫຼັງຈາກນອນໄດ້ປະມານ 1 ຮູ້ສຶກວ່າປວກຮາກແລ້ວໄປຮາກຢູ່ຫ້ອງນ້ຳແລ້ວຫຼັບໄປເລີຍ ແລ້ວຢຸດຫາຍໃຈ ຊີບພະຈອນຢຸດເຕັ້ນປະມານ 1 ນາທີ ແລະ ຕໍ່ມາຂ້ອຍໄດ້ຄືນມາ ແລະ ໝູ່ເອົາໄປໂຮງໝໍ ເມືອງ ທຸລະຄົມ
ແຂວງວຽງຈັນອາການຂອງຂ້ອຍ (ໂຕສັ່ນ ຄຸມສະຕິບໍ່ໄດ້ ກັດລີ້ນໂຕເອງ ມືຕີນກັງ ແຮງຈະຫຼາຍກ່ອນປົກກະຕິ ຂ້ອຍ ໝູ່ກັບແພດລວມກັນ 11 ຄົນກະເອົາບໍ່ຢູ່ ແລະ ຈະມີອາການເຫັນໂຕເລກອອ້ມໂຕ ແລະ ອັກສອນໃຫ້ເຮົາຕອບຄຳຖາມ ຕອບຄຳຖາມບໍ່ໄດ້ຄືບໍ່ໄດ້ສະຕິ.
ເຫດການນີ້ຝາກເຕືອນໄວລຸ້ນ ແລະ ສາຍປາຕີ້ ຮ່າງກາຍເຈົ້າຈະແຂງແຮງສ່ຳໃດ ຫື ຈະສາຍປາຕີ້ສ່ຳໃດ
ກະບໍ່ຢາກໃຫ້ລອງມັນອັນຕະລາຍອີຫຼີ່ຂ້ອຍຂໍນຳອັນນີ້ມັນເຫດການຈິງ ບໍ່ຢາກໃຫ້ມີໃຜເປັນຄືໂຕຂ້ອຍເອງ.
