ບໍລິການລົດເມຟຣີໃນໄລຍະບຸນທາດຫຼວງ

👏👏 ບໍລິການລົດເມຟຣີໃນໄລຍະບຸນທາດຫຼວງ
…
…
…
…
ນະຄອນຫຼວງວຽງຈັນ ຈະນໍາໃຊ້ລົດເມຮັບໃຊ້ມວນຊົນມາທ່ຽວງານບຸນພະທາດຫຼວງວຽງຈັນໂດຍບໍ່ເສຍຄ່າ ເລີ່ມແຕ່ເວລາ 18.00-23:30 ໂມງ
ໂດຍປະຕິບັດຕາມທິດຊີ້ນໍາຂອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ຄະນະຮັບຜິດຊອບຈັດງານບຸນນະມັດ ສະການພະທາດຫຼວງວຽງຈັນ ປະຈໍາປີ 2022 ໄດ້ເຊື້ອເຊີນຂະແໜງການກ່ຽວຂ້ອງມາຮ່ວມກັນປຶກສາຫາລື
ເພື່ອຄວາມເປັນການເອກະພາບການກໍານົດຈຸດຮັບສົ່ງມວນຊົນມາທ່ຽວງານບຸນນະມັດສະການພະທາດຫຼວງວຽງຈັນໃນຂອບເຂດ 5 ຕົວເມືອງຄື:
ສີໂຄດຕະບອງ ຈັນທະບູລີ ສີສັດຕະນາກ ໄຊເສດຖາ ແລະ ໄຊທານີ ເພື່ອໃຫ້ມວນຊົນຫັນມານໍາໃຊ້ລົດເມສາທາລະນະແບບບໍ່ເສຍຄ່າໃນໄລຍະງານບຸນດັ່ງກ່າວ ເລີ່ມແຕ່ເວລາ 18.00-23:30 ໂມງ ຂອງວັນທີ 4-8 ພະຈິກ 2022 ໂດຍມີ 10 ຖ້ຽວຕໍ່ວັນ ແລະ ຈະໃຫ້ບໍລິການທຸກໆ 25-30 ນາທີ ນອກຈາກເວລາທີ່ໄດ້ກໍານົດນີ້ ແມ່ນຈະໄດ້ເສຍຄ່າບໍລິການ.
ກອງປະຊຸມດັ່ງກ່າວ ຈັດຂຶ້ນວັນທີ 3 ພະຈິກ 2022 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານ ຖະໜອມ ທໍາທອງ ປະທານແນວລາວສ້າງຊາດ ນວ ທັງເປັນປະທານຄະນະຮັບຜິດຊອບຈັດງານບຸນ ແລະ ງານວາງສະແດງສິນຄ້າງານບຸນນະມັດສະການພະທາດຫຼວງວຽງຈັນປະຈໍາປີ 2022
ມີທ່ານ ແກ້ວວັນພອນ ອອນທີວົງສີ ຜູ້ອໍານວຍການລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ ທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນ ຫຼວງວຽງຈັນ ພ້ອມດ້ວຍຮອງເຈົ້າເມືອງ ແລະ ໜ່ວຍງານກ່ຽວຂ້ອງ 5 ຕົວເມືອງເຂົ້າຮ່ວມ.
ພາຍຫຼັງສໍາເລັດກອງປະຊຸມ ທ່ານພັນໂທ ວິລະວົງ ສະເໜ່ຫາ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນວ ໃຫ້ສໍາພາດວ່າ: ເພື່ອປະຕິບັດຕາມທິດຊີ້ນໍາຂອງທ່ານເຈົ້າຄອງ ນວ ກ່ຽວກັບແກ້ໄຂການສັນຈອນແອອັດໃນງານບຸນນະມັດສະການພະທາດຫຼວງວຽງຈັນ ໂດຍລັດວິສາຫະກິດລົດເມ ນວ ໄດ້ມີສ່ວນຮ່ວມໃນແຜນການແກ້ໄຂ ເຊິ່ງນໍາໃຊ້ລົດເມສາທາລະນະ 25 ຄັນ
ໃນນີ້ ມີລົດເມໄຟຟ້າ 10 ຄັນ ເພື່ອອໍານວຍຄວາມສະດວກໃນຈຸດຕ່າງໆຂອງ 5 ເມືອງ.ດັ່ງນັ້ນ, ຈຶ່ງໄດ້ເປີດກອງປະຊຸມຮ່ວມກັບພາກກ່ຽວຂ້ອງ ແລະ ອະນຸກໍາມະການກ່ຽວຂ້ອງຕ່າງໆ ຜ່ານການປະຊຸມ ໄດ້ເຫັນດີເປັນເອກະພາບຄື: ການກໍານົດຈຸດຮັບ-ສົ່ງມວນຊົນເຂດຮອບນອກຄື:
ເຂດເມືອງສີສັຕະນາກ ກໍານົດເຂດແຄມຂອງ ຂ້າງໂຮງໝໍມະໂຫສົດເບື້ອງທ່າທີ່ເປັນດິນເປົ່າຫວ່າງຂອງບໍລິສັດກິດຕິພົງ ເມືອງຈັນທະບູລີໃຊ້ຮ່ວມກັນກັບເມືອງສີສັດຕະນາກ ກໍານົດຢູ່ຈຸດປະຕູໄຊ ແລະ ຕຶກກະຊວງຍຸຕິທໍາຫຼັງເກົ່າ ເມືອງໄຊເສດຖາ ກໍານົດຢູ່ຫໍປະຊຸມແຫ່ງຊາດຫຼັກ 6 ໜ້າຫໍພິພິທະພັນໄກສອນພົມວິຫານ
ເຂດເສດຖະກິດບຶງທາດຫຼວງ ແລະ ຕະຫຼາດເກົ່າຫົວຂົວ ເມືອງໄຊທານີ ກໍານົດເຂດມະຫາວິທະຍາໄລແຫ່ງຊາດ ວົງວຽນດອນໜູນ ແລະ ເມືອງສີໂຄດຕະບອງ ໄດ້ກໍານົດເປັນຈຸດແລ່ນຜ່ານ ແຕ່ລະຈຸດຂຶ້ນລົດຈະມີໃຫ້ບໍລິການຝາກລົດຄື: ລົດຈັກລາຄາ 5.000 ກີບຕໍ່ຄັນ ແລະ ລົດໃຫຍ່ ລາຄາ 10.000 ກີບຕໍ່ຄັນ.
ສ່ວນຈຸດສົ່ງ-ຮັບມວນຊົນມາທ່ຽວງານບຸນໃກ້ທີ່ສຸດເຂົ້າເຖິງງານຮອບໃນ ໄດ້ອະນຸຍາດດັ່ງນີ້ ມາແຕ່ເມືອງໄຊເສດຖາ ຈະຈອດຢູ່ໄຟແດງທາດຫຼວງ ມາແຕ່ເຂດເມືອງສີສັດຕະນາກ ຈອດຢູ່ຂ້າງໄຟແດງໂພນສະອາດ ແລະ ມາແຕ່ເສັ້ນທາງເລກທີ 13 ໃຕ້ ຈອດຢູ່ວົງວຽນ 450 ປີ (ວົງວຽນໂພນເຄັງ)
ເຊິ່ງລົດເມຈະໃຫ້ບໍລິການສົ່ງ ແລະ ບໍລິການຮັບຢູ່ໃນຈຸດທີ່ກ່າວມານັ້ນ ດັ່ງນັ້ນ ຮຽກຮ້ອງມາຍັງມວນຊົນທີ່ມາທ່ຽວງານບຸນໃຫ້ມີສະຕິຮັກສາວັດຖຸສິ່ງຂອງຕົນເອງໃຫ້ດີ ພ້ອມກັນປະຕິບັດລະບຽບກົດໝາຍ ກໍຄືແຈ້ງການຕ່າງໆຂອງຄະນະຮັບຜິດຊອບຢ່າງເຂັ້ມງວດ ຖ້າບໍ່ເຂົ້າໃຈໃຫ້ສອບຖາມເຈົ້າໜ້າທີ່ປະຈໍາຢູ່ແຕ່ລະຈຸດ ເພື່ອຈະໄດ້ຮັບການອໍານວຍຄວາມສະດວກ.
Cr: Vientiane Mai