ຂ່າວທົ່ວໄປ
ເກີດເຫດໂຈນຂີ່ລົດຈັກຕາມມາດຶງກະເປົ໋າກາງທາງ

😢ເກີດເຫດໂຈນຂີ່ລົດຈັກຕາມມາດຶງກະເປົ໋າກາງທາງ
•
ໃນຕອນເຊົ້າຂອງວັນທີ 5 ພະຈິກ 2022 ເວລາ 5:00 ໂມງ ເກີດເຫດຄົນຮ້າຍດຶງກະເປົ໋າ ( ຍິງ ) ເຮັດໃຫ້ລົດຈັກຂອງຜູ້ຫາຍລົ້ມ ຫນ້າກະທົບພື້ນ ໄດ້ຮັບບາດເຈັບສົມຄວນ
•
ເຊີ່ງເຫດການເກີດຂຶ້ນຢູ່ເສັ້ນທາງເຂດບ້ານໄຮຄຳ ( ນາຄວາຍ ) ເມືອງໄຊເສດຖາ ນະຄອນຫລວງວຽງຈັນ, ຜູ້ບາດເຈັບເລົ່າວ່າ: ໄດ້ຂີ່ລົດຈັກໄປຕະຫລາດ ມີຄົນຮ້າຍຂີ່ລົດຈັກ ມາດຶງກະເປົ໋າເງິນ
•
ຈາກນັ້ນ ກໍເອົາຕົວຫລົບຫນີ ຢ່າງໄວ, ຜູ້ເສຍຫາຍໄດ້ຮັບບາດເຈັບບໍລິເວນໃບຫນ້າ, ບ່າໄຫລ່ ແລະ ມື ເນື່ອງຈາກລົດລົ້ມກະທົບກັບພື້ນທາງ