ປະຊາຊົນບ້ານນາຍາງໃຕ້, ເມືອງນ້ຳບາກ ຮ່ວມໃຈກັນສ້າງທາງເບ່ຕົງເຂົ້າຫາບ້ານເພື່ອສ້າງຄວາມສະດວກ ສະບາຍ ໃຫ້ປະຊາຊົນພາຍໃນບ້ານ.

ປະຊາຊົນບ້ານນາຍາງໃຕ້, ເມືອງນ້ຳບາກ ຮ່ວມໃຈກັນສ້າງທາງເບ່ຕົງເຂົ້າຫາບ້ານເພື່ອສ້າງຄວາມສະດວກ ສະບາຍ ໃຫ້ປະຊາຊົນພາຍໃນບ້ານນາຍາງໃຕ້, ເມືອງນ້ຳບາກ ແລະບ້ານໃກ້ຄຽງ.

ວັນທີ 27 ພຶດສະພາ 2021 ອົງການປົກ ຄອງບ້ານ ພ້ອມດວ້ຍປະຊາຊົນ ຈຳນວນ 142 ຄົນ, ໄດ້ສາມັກຄີກັນສ້າງທາງ ເທເບ່ຕົງເຂົາຫາບ້ານ. ທ່ານ ວາດສະໜາ ນາຍບ້ານນາຍາງໃຕ້, ໄດ້ລາຍງານໃຫ້ຮູ້ວ່າ ການສ້າງທາງເບ່ຕົ່ງເຂົ້າຫາບ້ານນາຍາງໃຕ້ ເປັນແນວຄວາມຄິດຂອງທຸກຄົນພາຍໃນບ້ານ ທີ່ຢາກໃຫ້ມີເສັນທາງສະດວກສະບາຍ ເຮັດໃຫ້ແຂກທັງພາຍໃນ ແລະຕ່າງປະເທດ ຢາກມາທ່ຽວ ມາເບີ່ງວິຖີຊີວິດຂອງຊົນເຜົ່າໄຕລື້ ພ້ອມມາພັກແຮມ ເພາະບ້ານນາຍາງໃຕ້ ເປັນບ້ານທ່ອງທຽ່ວ ແບບອານຸລັກ ປະຊາຊົນມີສວ່ນຮວ່ມ.

ພາຍຫຼັງມີການລະບາດພະຍາດໂຄວິດ-19 ປະຊາຊົນພາຍໃນບ້ານ ໄດ້ພ້ອມກັນປະຕິບັດຕາມຄຳສັ່ງຂອງທ່ານນາຍົກ ແລະມາດຕະການຕ່າງຯ ຂອງຄະນະສະເພາະກິດ ຢ່າງເຂັ້ມງວດ ພ້ອມທັງລະດົມທືນຈາກປະຊາຊົນພາຍ ໃນບ້ານ ແລະມີການປະກອບສ່ວນ ຈາກລູກຫຼານ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆ ໃນນາມສະມາຄົມໄຕ້ລື້ ເຂົ້າມາພັດທະນາທາງເຂົ້າບ້ານ ດ້ວຍການເທເບ່ຕົ່ງ ໄລຍະທາງ 100 ກວ່າແມັດ, ກວ້າງ 6 ແມັດ 50 ຊັງຕີມັດ ປະຈຸບັນສຳເລັດແລ້ວ 42 ແມັດ ລວມມູນຄ່າ 20.540.000 ກີບ, ຖ້າງົບປະມານພຽງພໍ ຈະໃຫ້ສຳເລັດໃນເດືອນມິຖຸນາ ທີ່ຈະມາເຖີງນີ້. ເຊີ່ງເປັນບ້ານທຳອິດຂອງເມືອງນ້ຳບາກ ທີ່ປະຊາ ຊົນສາມັກຄີກັນ ແລະປະກອບສ່ວນເຫື່ອແຮງ, ວັດຖຸປັດໄຈ ເພື່ອພັດທະນາພື້ນ ຖານໂຄງລ່າງໃຫ້ມີຄວາມສະດວກສະບາຍ.
ທີ່ມາ
