ຂ່າວທົ່ວໄປ
ພີ່ນ້ອງທາງແຂວງຄຳມ່ວນ ຮູ້ສຶກບໍ່ເກີດແຜນດິນໄຫວມື້ຄືນນີ້

ພີ່ນ້ອງທາງແຂວງຄຳມ່ວນ ຮູ້ສຶກບໍ່ເກີດແຜນດິນໄຫວມື້ຄືນນີ້
ລາຍງານສະພາບການເກີດແຜ່ນດິນໄຫວ ໃນຄັ້ງວັນທີ 26 ພະຈິກ 2022, ເວລາ 01:24 ໂມງ
ຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດເຊິ່ງໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍ ໃນປະເທດລາວ ຈໍານວນ 01 ຄັ້ງ,
ໃນບໍລິເວນ ແຂວງ ຄຳມ່ວນ ລາຍລະອຽດຂອງການເກີດແຜ່ນດິນໄຫວ ມີຄືດັ່ງລຸ່ມນີ້:
1. ໃນເວລາ 01:24:30, ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 17.380°N ແລະເສັ້ນແວງທີ່ 105.660°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3.7 ຣິກເຕີ,
ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 7 Km ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບໍລິເວນ ເມືອງ ບົວລະພາ ແຂວງ ຄຳມ່ວນ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງ ບົວລະພາ ປະມານ 13 Km.
ໝາຍເຫດ: ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.