ຂ່າວທົ່ວໄປ
ອັດຕາເງິນເຟີ້ໃນເດືອນ ພະຈິກຜ່ານມາແມ່ນເພີ່ມຂຶ້ນ 38,46%

ຕາມການລາຍງານຂອງສູນ ສະຖິຕິແຫ່ງຊາດໃຫ້ຮູ້ວ່າ: ອັດຕາເງິນເຟີ້ໃນເດືອນ ພະຈິກຜ່ານມາແມ່ນເພີ່ມຂຶ້ນ 38,46% ທຽບກັບໄລຍະດຽວກັນປີຜ່ານມາ
.
.
ປັດໄຈ ແລະ ສາເຫດຕົ້ນຕໍຂອງການເພີ່ມຂຶ້ນອັດຕາເງິນເຟີ້ເດືອນ ພະຈິກ 2022 ແມ່ນ:
1. ການອ່ອນຄ່າຂອງເງິນກີບທຽບກັບເງິນຕາຕ່າງປະເທດ ເຊັ່ນ: ເງິນໂດລາ, ບາດ, ຢວນ ແລະ ອື່ນໆ ຍັງສືບຕໍ່ ກະທົບໃສ່ສິນຄ້າ ໂດຍສະເພາະແມ່ນສິນຄ້ານໍາເຂົ້າທີ່ຍັງເຫນັງຕີງສູງ ທຽບກັບໄລຍະດຽວກັນປີຜ່ານມາ.
2. ລາຄານໍ້າມັນເຊື້ອໄຟສືບຕໍ່ຜັນຜວນ ແລະ ຍັງສູງຫຼາຍເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເຊິ່ງປັດໄຈ ດັ່ງກ່າວໄດ້ກະທົບໃສ່ລາຄາອື່ນໆມີຕົ້ນທຶນເພີ່ມຂຶ້ນ.
3. ການເພີ່ມຂຶ້ນຂອງດັດຊະນີລາຄາເງິນເຟີ້ຂອງປະເທດຄູ່ຄ້າ ເຮັດໃຫ້ສິນຄ້ານໍາເຂົ້າມີລາຄາສູງຂຶ້ນ.
ທີ່ມາ: ສູນສະຖິຕິແຫ່ງຊາດ
#TargetMagazine
#ວາລະສານທາເກັດ