ຂ່າວທົ່ວໄປ
ສົມເດັດ ພຣະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ເດີນທາງເຖິງ ສປປ ລາວ

👏🏻ສົມເດັດ ພຣະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ເດີນທາງເຖິງ ສປປ ລາວ
•

ໃນຕອນບ່າຍວັນທີ 5 ທັນວາ 2022, ສົມເດັດ ພຣະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ (Grand Duke Henri of Luxembourg),

ພ້ອມດ້ວຍຄະນະ ໄດ້ເດີນທາງເຖິງສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ, ສປປ ລາວ, ເຊິ່ງໄດ້ຖືກຕ້ອນຮັບໂດຍ ທ່ານ ນາງ ເຂັມມະນີ ພົນເສນາ, ຫົວໜ້າຫ້ອງວ່າການປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ.
•

ສົມເດັດ ພຣະຣາຊາ ອັງຣີ ແລະ ຄະນະ ຈະດໍາເນີນການຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນວັນທີ 5-9 ທັນວາ 2022ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ພະນະທ່ານ ທອງລຸນ ສີສຸລິດ,

ປະທານປະເທດ ແຫ່ງ ສປປ ລາວ ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ລຸກຊຳບວກ
