ຄົນຊື້: ແມ່ຕູ້ຜັກມັດເທົ່າໃດ?
ແມ່ຕູ້ຜູ່ຂາຍ: 2000 ກີບ, ຫຼານເອີຍ?
ຄົນຊື້: 3 ມັດ, 5000ກີບເນາະ?
ແມ່ຕູ້: ບໍ່ໄດ້ຫລານເອີຍ, ເພາະວ່າ ແມ່ຕູ້ປູກເອງ ແລະ ມາຍ່າງເລາະຂາຍຕາກແດດຕັ້ງແຕ່ເຊົ້າຄ່າລົດມາໃນເມືອງກະແພງຫຼາຍ.

ຄົນຊື້: ໄດ້ແລ້ວຊັ້ນນະ, ຖ້າຫຼຸດໄດ້ຊິຊື້ຊ່ວຍຢູ່.
ແມ່ຕູ້: ໂອ້ຍ.. ບໍ່ຕົນແມ່ແນ່ນໍຫຼານເອີຍ ກຳໄລກະບໍ່ໄດ້ ຂາຍກະຂາຍດີກວ່າເຫຼືອກັບບ້ານຫຼາຍເອີຍ…
ຂ້ອຍລອງມາຄິດເບີ່ງແລ້ວ ຄິດຫາເຫດຜົນວ່າເປັນຫຍັງພວກເຮົາມັກຕໍ່ລອງລາຄາກັບພໍ່ຄ້າແມ່ຄ້າທີ່ຖານະລຳບາກຍາກຈົນຢູ່ແລ້ວ…

ງ່າຍໆກະຄືຮູ້ວ່າເຂົາເຈົ້າບໍ່ມີແຮງຊຳ້ພັດຢາກໄດ້ນຳເຂົາເຈົ້າຖືກໆໆ!!
ແຕ່ພວກເຮົາບໍ່ເຄີຍຕໍ່ລອງລາຄາກັບພໍ່ຄ້າແມ່ຄ້າທີ່ຮັ່ງມີຢູ່ໃນຮ້ານຂາຍຍ່ອຍຫຼືຮ້ານອາຫານຕ່າງໆ
ສົມມຸດເຮົາໄປຮ້ານກາເຟ ຈອກ 1 ຕຳ່ສຸດກໍປະມານ 15 ແລ້ວ ເຮົາເຄີຍຕໍ່ບໍ່?
ຂ້ອຍຖາມໝູ່ ມັນຕອບວ່າ ຈະບ້າຫວະ! ນີ້ມັນກາເຟທີ່ມີເກຣດດີ ຮ້ານເຂົາບັກຫຼູໆ ໃຜຈະກ້າໄປຕໍ່ ອາຍເຂົາຕາຍ! …