ຈີນ ເປີດໃຫ້ທົ່ວໂລກໃຊ້ບໍລິການກ້ອງໂທລະພາບວິທະຍຸຟາສ

ສຳນັກຂ່າວ ຊິນຮວາຂອງ ຈີນ ລາຍງານວ່າ: ນັບແຕ່ ວັນທີ 31 ມີນາ ເປັນຕົ້ນໄປ ກ້ອງໂທລະພາບ ວິທະຍຸຟາສ (FAST) ຫລື ດວງຕາ ສະຫວັນຂອງ ຈີນ ທີ່ມີເສັ້ນ ຜ່ານສູນກາງ ເຖິງ 500 ແມັດ ໄດ້ເລີ່ມເປີດໃຫ້ ນັກດາລາສາດ ທົ່ວໂລກ ຍື່ນໃບສະເໜີ ຂໍໄປໃຊ້ງານໄດ້ແລ້ວ..

ຈີນ ຈະພິຈາລະນາ ບັນດາໃບສະເໜີ ຈາກ ຕ່າງປະເທດ ແລະ ຈະປະກາດ ຜົນການ ພິຈາລະນາ ໃນວັນທີ 20 ກໍລະກົດນີ້ ຫລັງຈາກນັ້ນ ຈະເປີດໃຫ້ໃຊ້ ກ້ອງໂທລະພາບ ວິທະຍາຟາສ ດຳເນີນການ ສັງເກດໄດ້ ໃນເດືອນສິງຫາ. ກ້ອງໂທລະພາບ ວິທະຍຸຟາສ ຫລື ດວງຕາ ສະຫວັນຂອງ ຈີນ ເປັນກ້ອງ ໂທລະພາບ ວິທະຍຸ ຂະໜາດໃຫຍ່ ທີ່ສຸດ ແລະ ໄວທີ່ສຸດ ຂອງໂລກ ໃນປັດຈຸບັນ, ສາມາດຮັບສັນຍານ ແມ່ເຫລັກໄຟຟ້າ ທີ່ຫ່າງໄກເຖິງ 10.000 ລ້ານປີແສງ.

ຫລັງຈາກ ໄດ້ເປີດ ໃຫ້ບໍລິການ ພາຍໃນປະເທດ ເມື່ອເດືອນ ມັງກອນປີ 2020 ເປັນຕົ້ນມາ, ກ້ອງໂທລະພາບ ວິທະຍຸຟາສ ເປັນເຄື່ອງອຸປະກອນ ຂັ້ນພື້ນຖານ ທາງວິທະຍາສາດ ແລະ ເຕັກໂນໂລຊີ ທີ່ຈີນ ວີໄຈ ພັດທະນາ ແລະ ຖືຄອງຊັບສິນ ທາງປັນຍານັ້ນ ໄດ້ດຳເນີນງານ ຢ່າງໝັ້ນຄົງ, ຄົ້ນພົບ ແຫລ່ງພະລັງງານ ແມ່ເຫລັກ ຫລາຍກວ່າ 300 ແຫ່ງ ແລະ ໄດ້ຮັບຜົນງານ ສຳຄັນ ໃນການວິໄຈ ທາງດາລາສາດອີກດ້ວຍ./.