ຂ່າວທົ່ວໄປ

ຮ່ວມສົ່ງກໍາລັງໃຈຊ່ວຍ ອາຈານ ສົມພາວັນ ກໍາມະການຟີຟາລາວ ພົບເຄາະຮ້າຍໄຟໄໝ້ເຮືອນ

ຈາກເຫດການເມື່ອບໍ່ດົນມານີ້ເຮືອນຂອງ ທ່ານ ອາຈານ ສົມພາວັນ ຫຼວງລາດ ກໍາມະການລະດັບຟີຟາຂອງ ສປປ ລາວ ຖືກໄຟໄໝ້ຢ່າງຮຸນແຮງ ແລະ ວ່ອງໄວ ຈົນເຮັດໃຫ້ເຮືອໄໝ້ໝົດ.

ກ່ອນທີ່ ອາຈານ ສົມພາວັນ ຈະໂພສຜ່ານເຟສບຸກສ່ວນຕົວວ່າ: ຂໍແຈ້ງເຖີງອ້າຍນ້ອງຫມູ່ເພື່ອນທຸກສະຫາຍ. ຂ້າພະເຈ້າໄດ້ພົບກັບວິກິດປະສົບອັກຄີໄພເຮືອນຕົນເອງໂດຍກະທັນຫັນ. ເກັບເຄື່ອງນຸ່ງນຳກໍ່ບໍ່ທັນມີແຕ່ເຄື່ອງນຸ່ງຄ່າຄີງ.ໃຜມີຈິດໃຈຢາກຊ່ວຍເຫືລອເປັນເຄື່ອງນຸ່ງຫົ່ມ. ອາຫານແຫ້ງ. ຫລືປັດໃຈກໍ່ໄດ້ເດີ້. ຂໍບຸນກຸສົນທັງຫລາຍຈົ່ງເກີດແດ່ທ່ານ. ເບີໂທ 02095980142

ຕໍ່ມາກໍ່ມີຫຼາຍຄົນຊ່ວຍກັນສົ່ງກໍາລັງໃຈ ແລະ ຊ່ວຍເຫຼືອອາຈານເພິ່ນເປັນຕົ້ນແມ່ນ:Phum Khamruen ໄດ້ອອກມາປະມູນເກີບ Adidas x 7.5uk ເລີ່ມຕົ້ນທີ 500 ບາດ ພ້ອມກັບອອກເງິນສ່ວນຕົວ 3.000 ບາດເພ່ືອຊ່ວຍເຫຼືອ ອາຈານ ສົມພາວັນ. ນອກນັ້ນ ກໍຍັງມີຄົນອື່ນໆອີກຫຼາຍໆຄົນ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button