ພາບບີບຫົວໃຈ! ພໍ່ຕູ້ກົ້ມໂກບເຂົ້າສານທີ່ເຮ່ຍຕາມທາງ ເພື່ອນໍາໄປໃຫ້ສິ່ງນີ້ເອງ

ພາບເຫດການດັ່ງກ່າວແມ່ນເກີດຂຶ້ນຢູ່ປະເທດໄທ ແຕ່ແອັດເຫັນວ່າມັນເປັນເລື່ອງທີ່ຕໍາຫົວໃຈ ແລະ ກະທົບຕໍ່ຄວາມຮູ້ສຶກຂອງຜູ້ພົບເຫັນ ແລະ ອີກຢ່າງ ເປັນຂ່າວທີ່ຊາວເນັດຕ່າງກໍ່ຊ່ວຍກັນຕາມຫາພໍ່ເຖົ້າໃນພາບ ເພື່ອຊ່ວຍເຫຼືອເພິ່ນ ເຊິ່ງນັ້ນເປັນເລື່ອງທີ່ດີຈາກແຮງໂຊຊຽວ ແອັດຈຶ່ງຢາກຍົກໃຫ້ເຫັນປະໂຫຍດອີກມຸມຂອງໂຊຊຽວ ຫາກໃຊ້ເປັນມັນກໍ່ຈະເກີດປະຟຫຍດແບບນີ້.

ດປັນອີກພາບທີ່ຖືກເຜີຍໃນໂລກໂຊຊຽວ ແລະ ເປັນກະແສຮືຮາ ຄົນເວົ້າເຖິງຈໍານວນຫຼາຍ ກັບພາບພໍ່ເຖົ້າຄົນໜຶ່ງກົ້ມລົງໂກບເອົາເຂົ້າສານທີ່ເຮ່ຍຢູ່ກາງທາງແຍກ ໂດຍມີຊາວເນັດຖ່າຍພາບໄວ້ ແລະ ນໍາໄປໂພສລົງໂຊຊຽວ.

ຂ່າວນີ້ ເພຈອີຈັນ ເພຈດັງຂອງປະເທດໄທ ໄດ້ອອກມາເຜີຍແຜ່ພາບ ພ້ອມຂໍ້ຄວາມລະບຸກ່ຽວກັບເຫດການນີ້ໄວ້ວ່າ: ຂອບໃຈພະລັງໂຊຊຽວ ຫຼາຍຄົນເຫັນພາຍທີ່ຈຸກຫົວໃຈໄປເມື່ອຊ່ວງແລງທີ່ຜ່ານມາ ພົບພໍ່ເຖົ້າກົ້ມໂກບເອົາເຂົ້າສານຢູ່ກາງທາງແຍກ ເຊິ່ງພາບນັ້ນມັນກໍ່ກະທົບຫົວໃຈຫຼາຍ.

ຫຼ້າສຸດ ຊາວເນັດຕາມຫາພໍ່ເຖົ້າຄົນດັ່ງກ່າວ ແລະ ຕອນນີ້ພົບເພິ່ນແລ້ວ ເບື້ອງຕົ້ນໃຫ້ຮູ້ວ່າເພິ່ນຊື່ ພໍ່ເຖົ້າແອ້ ອາຍຸ 70ປີ ເພິ່ນບໍ່ມີວຽກເຮັດ ແລະ ຮ່າງກາຍກໍ່ບໍ່ຄ່ອຍແຂງແຮງ ແລະ ພິການອີກດ້ວຍ.

Related Posts

Leave a Reply

Your email address will not be published. Required fields are marked *