ຂ່າວທົ່ວໄປ
ນີ້ແມ່ນຄັ້ງທໍາອິດໃນໂລກທີ່ໄດ້ຮັບບັດນີ້ໃນເກມກິລາບານເຕະເປັນມືອາຊີບ

ການແຂ່ງຂັນບານເຕະຍິງຂອງປອກຕຸຍການລະຫວ່າງ Benfica ກັບ Sporting Lisbon ໃນວັນເສົາ.
(ເວລາທ້ອງຖິ່ນ) ບັດສີຂາວໄດ້ຖືກແຈກຢາຍ ຈາກຜູ້ຕັດສິນພາກສະຫນາມ ນີ້ແມ່ນຄັ້ງທໍາອິດໃນໂລກທີ່ໄດ້ຮັບບັດນີ້ໃນເກມກິລາບານເຕະເປັນມືອາຊີບ.
ສໍາລັບເຫດຜົນວ່າເປັນຫຍັງຜູ້ຕັດສິນໃຫ້ບັດສີຂາວ ແມ່ນຍ້ອນວ່າຢູ່ໃນສະໜາມມີນັກເຕະຄົນໜຶ່ງມີອາການບໍ່ຄ່ອຍດີ ຈຶ່ງໄດ້ເຮັດໃຫ້ແພດປະຈຳທີມຂອງທັງ Benfica ແລະ Sporting ໄດ້ແລ່ນລົງໃນສະນາມ ແລະ ຊ່ວຍເບິ່ງອາການຂອງນັກເຕະຄົນນັ້ນ ເຖິງວ່າເຂົາເຈົ້າຈະຢູ່ຄົນລະທີມກໍ່ຕາມ.
ສໍາລັບ “ບັດສີຂາວ” ເປັນບັດທີ່ FIFA ໄດ້ເພີ່ມເມື່ອບໍ່ດົນມານີ້ ເຊິ່ງຈະຖືກນໍາໃຊ້ພຽງແຕ່ໃນເວລາທີ່ມີການກະທໍາທີ່ຫນ້າຊົມເຊີຍເກີດຂຶ້ນໃນລະຫວ່າງການແຂ່ງຂັນ.
ເຊິ່ງຈຸດປະສົງຂອງການເພີ່ມບັດສີຂາວນີ້ ຫວັງໃຫ້ວົງການກິລາບານເຕະປັບປຸງຈັນຍາບັນໃຫ້ດີຂຶ້ນ
Cr: siamsport, B24