ຂ່າວທົ່ວໄປ
ບັນຫາຫຼັກຂອງຜູ້ຍິງທີ່ມັກຜົນລົ່ນ

👩🦰ບັນຫາຫຼັກຂອງຜູ້ຍິງທີ່ມັກຜົນລົ່ນ
ເມື່ອສະຜົມແລ້ວກໍເຫັນກອງຜົມຕົນເອງທີ່ໄຫຼໄປຕັນທໍ່ລະບາຍນ້ຳ ເຖິງວ່າຈະມີການບຳລຸງຫຼາຍຊ່ຳໃດຜົມກໍຍັງລົ່ນ ແທ້ແລ້ວເຮົາມີພຶດຕິກຳທີ່ເຮັດໃຫ້ຜົມລົ່ນຄື:
1. ສະຜົມທຸກໆມື້.
2. ຫວີຜົມແຮງຕະຫຼອດ ແລະ ຫວີຜົມຂະນະທີ່ຜົມປຽກ.
3. ດັດ ຍ້ອມ ເຮັດສີຜົມ ຫຼາຍເກີນໄປ.
4. ໃຊ້ໄດຮ້ອນເປົ່າຜົມຫຼາຍເກີນໄປ.
5. ກິນອາຫານລົດຊາດຈັດ ເຊັ່ນ ຕຳ ຍຳ.
6. ດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ສູບຢາ.
ສະນັ້ນ ເມື່ອເຮົາຮູ້ແລ້ວ ຄວນຫຼີກລ່ຽງ ແລະ ບໍ່ເຮັດພຶດຕິກຳແບບນີ້.