ຂ່າວທົ່ວໄປ

ເດັກນ້ອຍຊາຍຊາວບັງກລາເທດ ຫລິ້ນໝາກກັບໝູ່

🔥 ເດັກນ້ອຍຊາຍຊາວບັງກລາເທດ ຫລິ້ນໝາກກັບໝູ່ ໄປລີ້ຢູ່ໃນຕູ້ຄອນເທນເນີ ສຸດທ້າຍ ໄປຂຶ້ນທີ່ທ່າເຮືອ ປະເທດ ມາເລເຊຍ

ຈາກການລາຍງານໃຫ້ຮູ້ວ່າ ໃນວັນທີ 17 ມັງກອນ ທີ່ຜ່ານມາ ໃນຂະນະທີ່ເຈົ້າໜ້າທີ່ ມາເລເຊຍ ກຳລັງຂົນຖ່າຍຕູ້ຄອນເທນເນີ ໂດຍໄດ້ຍິນສຽງ ຮ້ອງດັງ

ອອກມາຈາກຕູ້ຄອນເທນເນີຈາກການສອບຖາມ ໃຫ້ຮູ້ວ່າ ເດັກນ້ອຍຊາຍ ຊື່ວ່າ Fahim ຄົນ ບັງກລາເທດ

ຫລິ້ນໝາກລີ້ກັບໝູ່ໃນວັນທີ 11 ຫລັງຈາກນັ້ນໄດ້ໄປລີ້ໃນຕູ້ຄອນເທນເນີ ແລ້ວ ນອນຫລັບ ຫລັງຈາກນັ້ນເຈົ້າໜ້າທີ່ໄດ້ນຳສົ່ງໂຮງໝໍ ເນື່ອງຈາກຢູ່ໃນສະພາບອ່ອນແຮງ

ຈາກການຂາດ ນ້ຳ ແລະ ອາຫານ, ຫລັງຈາກອາການດີຂຶ້ນ ເຈົ້າໜ້າທີ່ຈະສົ່ງກັບ ບ້ານໃນໄວໆນີ້

ຂໍ້ມູນຈາກ : Indiatimes

Related Articles

Leave a Reply

Your email address will not be published. Required fields are marked *

Back to top button