ທ່ານຄິດແນວໃດ ສາຍຝົນເວົ້າແນວນີ້

ຕອນນີ້ຍອດບໍລິຈາກຄືສິຫລາຍລ້ານຢູ່ ສາຍຝົນກະດີໃຈທີ່ມີຄົນໃຈດີ ເມດຕາສົງສານນ້ອງ ເເຕ່ໃນອີກມຸມຫນຶ່ງ ມັນຖືກເເລ້ວບໍ

..
ເດັກນ້ອຍເຮັດຜິດຄວນຕັກເຕືອນ,ອົບຮົມສັ່ງສອນ ບໍເເມ່ນສົ່ງເສີມເເລະໃຫ້ການສະຫນັບສະຫນູນພໍ່ເເມ່ຄອບຄົວນ້ອງເພາະມັນເບີ່ງຄືເຮົາກຳລັງສົ່ງເສີມຄົນເຮັດຜິດຢູ່
ຂີ້ລັກເເລ້ວໃດດີ ເເລະເຮົາກຳລັງມອງຂ້າມເດັກນ້ອຍຄົນອື່ນໆເດ ທີ່ເຂົາທຸກຍາກຄືກັນມັນມີຫລາຍພວກເດັກນ້ອຍເຫລົ່ານັ້ນຄວນໃດ້ຮັບຄວາມຮັກເເລະສົ່ງເສີມ
ການທີ່ຈະຊ່ວຍເຫລືອຄົນນະມັນບໍ່ຜິດ ເເຕ່ຈະຜິດກະຕອນຊ່ວຍໂດຍທີ່ບໍ່ເເຍກເເຍະຂຶ້ນຊື່ວ່າຂີ້ລັກຈະຜູ້ນ້ອຍຫລືຜູ້ໃຫຍ່ມັນກະຄືໂຈນການເປັນໂຈນມັນກະເລີ່ມຈາກລັກສິ່ງນ້ອຍໆ
ຄັ້ງນີ້ລັກຂະຫນົມຕໍ່ໄປກະລັກເງິນລັກຄຳ ເຮົາຢາກເເກ້ໄຂຕ້ອງໄຂໃຫ້ຖືກຈຸດ
ບໍເເມ່ນເຫັນຄົນຮ້າຍກາຍເປັນຄົນດີເລື່ອງອີຕົນນ້ອງກະອີຕົນເເຕ່ວ່າສິ່ງທີ່ນ້ອງເຮັດມັນບໍ່ຖືກເເລະຜູ້ທີ່ຈັບນ້ອງມັດກະເຮັດເກີນໄ
ປເເຕ່ຖ້າຜູ້ໃຫຍ່ໃຫ້ທ້າຍເເບບນີ້ນ້ອງກະຕ້ອງຄິດວ່າສິ່ງທີ່ນ້ອງເຮັດມັນຖືກ
ຖ້າສາຍຝົນເວົ້າໄປຜິດໃຈໃຜຂໍອະໄພ ເເຕ່ຢາກໃຫ້ທຸກລອງເເລກປ່ຽນຄວາມຄິດເຫັນນຳກັນເດີ້
ທີ່ມາ
