ຂ່າວທົ່ວໄປ
ເວນກຳ! ຂີ້ລັກຕິດຢູ່ຮ່ອງນໍ້າ ຍ້ອນແຜນຕໍ່າເກີນໄປ

ເວນກຳ! ຂີ້ລັກຕິດຢູ່ຮ່ອງນໍ້າ ຍ້ອນແຜນຕໍ່າເກີນໄປ
ໜ່ວຍກູ້ໄພຊ່ວຍເຫຼືອສັງຄົມ ລາຍງານວ່າ: ວັນທີ 8 ມີນາ 2023 ເວລາປະມານ 2:30ນາທີ

ໄດ້ຮັບແຈ້ງເລື່ອງຄົນຕິດຮ່ອງນໍ້າເສຍຢູ່ບ້ານດົງນາທອງ ເມືອງສີໂຄດຕະບອງ ນະຄອນຫຼວງ.
ຈຸດເກີດເຫດໄດ້ພົບຜູ້ບາດເຈັບ 1 ຄົນເປັນເພດ ຊາຍ ຊື່ ທ້າວ ແພງ ອາຍຸ 30 ປີ ອາການເບື້ອງຕົ້ນແມ່ນ: ມີບາດແຜລອກຕາມຕົນໂຕ.

ຕາມການສອບສວນເຈົ້າໜ້າທີ່ເບື້ອງຕົ້ນ ຜູ້ກ່ຽວມີແຜນເຂົ້ສໄປລັກເຄື່ອງໂດຍການເຂົ້າທາງຮ່ອງລະບາບນໍ້າ ແຕ່ໂຊກບໍ່ເຂົ້າຂ້າງເລີຍຕິດຢູ່ຮ່ອງອອກບໍ່ໄດ້.