ແຈ້ງບັນຫາທີ່ເກີດຂຶ້ນກັບລູກຄ້າທີ່ນຳໃຊ້ບັດ BCEL ATM UnionPay ແລະ ແນວທາງການແກ້ໄຂ

ແຈ້ງບັນຫາທີ່ເກີດຂຶ້ນກັບລູກຄ້າທີ່ນຳໃຊ້ບັດ BCEL ATM UnionPay ແລະ ແນວທາງການແກ້ໄຂ.ວັນທີ 10 ມີນາ 2023 ສຳນັກງານໃຫຍ່ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ແຈ້ງມາຍັງທ່ານຊາບວ່າ: ກ່ຽວກັບການໃຫ້ບໍລິການລູກຄ້າ ໄລຍະຜ່ານມາແມ່ນໄດ້ປະຕິບັດຕາມລະບຽບ ແລະ ນິຕິກໍາທີ່ກ່ຽວຂ້ອງ ບົນພື້ນຖານການຫັນເປັນທັນສະໄໝ,
ມີຄວາມປອດໄພ ແລະ ຮັບປະກັນຜົນປະໂຫຍດສູງສຸດຂອງລູກຄ້າເປັນຫຼັກ. ທຄຕລ ໄດ້ມີການພັດທະນາຜະລິດຕະພັນຕ່າງໆ ໂດຍສະເພາະແມ່ນຜະລິດຕະພັນບັດ ແລະ ການໃຫ້ບໍລິການເອເລັກໂທຼນິກ ເພື່ອອອກມາຮັບໃຊ້ສັງຄົມ ແລະ ໄດ້ຮັບຄວາມເຊື່ອໝັ້ນດ້ວຍດີຕະຫຼອດມາ ຮອດປະຈຸບັນ ໄດ້ມີຂ່າວຈຳນວນໜຶ່ງທີ່ລົງເຜີຍແຜ່ໃນສັງຄົມອອນລາຍ ທີ່ໄດ້ສ້າງຜົນກະທົບໃນທາງກົງ ແລະ ທາງອ້ອມຕໍ່ຄວາມເຊື່ອໝັ້ນຂອງລູກຄ້າຈຳນວນໜຶ່ງ. ສະນັ້ນ, ທຄຕລ ຈຶ່ງຂໍແຈ້ງໃຫ້ ທ່ານຊາບດັ່ງນີ້:
1. ທຄຕລ ມີລະບົບຄຸ້ມຄອງຂໍ້ມູນ ແລະ ການປ້ອງການຄວາມປອດໄພທີ່ທັນສະໄໝ ແລະ ໄດ້ມາດຕະຖານສາກົນ.
2. ເພື່ອປ້ອງກັນຄວາມສ່ຽງທີ່ອາດຈະເກີດຂຶ້ນ ທຄຕລ ຮຽກຮ້ອງໃຫ້ບັນດາລູກຄ້າມີສ່ວນຮ່ວມ ປະຕິບັດດັ່ງນີ້:I) ທຄຕລ ຮຽກຮ້ອງໃຫ້ລູກຄ້າທີ່ໃຊ້ບັດ BCEL ATM UnionPay ຫຼື ບັດປະເພດອື່ນໆ ນຳໃຊ້ບັດຜ່ານຕູ້ATM ຂອງ ທຄຕລ ເປັນຫຼັກ ແລະ ໃຫ້ສັງເກດອຸປະກອນຕ່າງໆກ່ອນນາໃຊ້ໃນແຕ່ລະຄັ້ງ.
ຖ້າເຫັນອຸປະກອນແປກປອມໃດໆຕິດຢູ່ຕູ້ ATM ກະລຸນາໂທແຈ້ງ ທະນາຄານໂດຍທັນທີ ຜ່ານສາຍດ່ວນ 1555.2) ຖ້າຫາກທ່ານສົງໄສວ່າ ມີບຸກຄົນອື່ນຮູ້ລະຫັດຂອງທ່ານ ຫຼື ລະຫັດຂອງທ່ານຖືກໂຈນລະກຳ ພາຍຫຼັງມີການນຳໃຊ້ຜ່ານຕູ້ ATM ທະນາຄານອື່ນໆທັງພາຍໃນ ແລະ ຕ່າງປະເທດ ລູກຄ້າສາມາດປ່ຽນລະຫັດບັດຂອງທ່ານໄດ້ດ້ວຍຕົນເອງ;
3) ທຄຕລ ໄດ້ພັດທະນາລະບົບປ້ອງກັນຢູ່ໃນ BCEL One ທີ່ລູກຄ້າສາມາດເປີດ-ປິດບັດ BCEL ATMUnionPay ຫຼື ບັດປະເພດອື່ນ ດ້ວຍຕົນເອງ ເພື່ອເພີ່ມການປ້ອງກັນອີກລະດັບໜຶ່ງ.4)ສຳລັບລູກຄ້າທຸກທ່ານທີ່ຍັງນໍາໃຊ້ບັດເອທີເອັມແຖບແມ່ເຫຼັກ ATM UnionPay (Magstripe) ກະລຸນາມາປ່ຽນເປັນບັດຊິບ ATM UnionPay Chip ທີ່ມີມາດຕະຖານຄວາມປອດໄພທີ່ສູງກວ່າ, ເພາະວ່າ:ບັດເອທີເອັມ ATM UnionPay (Magstripe) ມີຄວາມສ່ຽງໃນການຖືກລັກຂໍ້ມູນ (Skimming).
3. ສໍາລັບເຫດການທີ່ເກີດຂຶ້ນ ແລະ ໄດ້ມີການລົງໃນສ໌ສັງຄົມອອນລາຍ ທຄຕລ ມີຄວາມຍິນດີຮັບຟັງ ແລະແກ້ໄຂບັນຫາໃຫ້ກັບລູກຄ້າບົນພື້ນຖານການກວດສອບຂໍ້ມູນຄວາມເປັນຈິງຂອງແຕ່ລະກໍລະນີພ້ອມທັງຮັບຜິດຊອບ ຕາມນິຕິກໍາ ແລະ ກົດໝາຍທີ່ກ່ຽວຂ້ອງ.
ສະນັ້ນ, ຖ້າຫາກວ່າລູກຄ້າພົບເຫັນບັນຫາທີ່ເກີດຂື້ນຈາກການໃຫ້ບໍລິການ ໂດຍສະເພາະລາຍການເຄື່ອນໄຫວບັນຊີທີ່ບໍ່ໄດ້ຮັບອະນຸຍາດ ແມ່ນສາມາດເອົາໃຈໃສ່ເຂົ້າມາພົວພັນນໍາ ທຄຕລ ໄດ້ຢູ່ສຳນັກງານໃຫຍ່, ບັນດາສາຂາ ແລະ ໜ່ວຍບໍລິການໃນຂອບເຂດທົ່ວປະເທດ ເພື່ອໃຫ້ສາມາດແກ້ໄຂໄດ້ທັນສະພາບ, ນອກຈາກນັ້ນ ທຄຕລ ຍັງເປີດໃຫ້ບໍລິການ ຜ່ານສາຍດ່ວນ 1555 ຫຼື ຜ່ານລະບົບວັນແຄ (BCELOneCare)ໄດ້ຕະຫຼອດ 24 ຊົ່ວໂມງ.
4. ທຄຕລ ໄດ້ມີຄວາມພະຍາຍາມໃນການແກ້ໄຂບັນຫາໃຫ້ລູກຄ້າ ເຊິ່ງຈໍາເປັນຕ້ອງໃຊ້ເວລາໃນການກວດສອບຂໍ້ມູນຫຼັກຖານຕາມຄວາມເປັນຈິງ ສະນັ້ນ ຈຶ່ງຂໍໃຫ້ລູກຄ້າໄດ້ມີເຂົ້າໃຈຕໍ່ຂະບວນການດັ່ງກ່າວດ້ວຍ.
5. ທຄຕລ ຂໍໃຫ້ລູກຄ້າ ແລະ ສັງຄົມມີສະຕິໃນການບໍລິໂພກຂໍ້ມູນຂ່າວສານ ທີ່ບໍ່ມີມູນຄວາມເປັນຈິງ ຫຼື ຂໍ້ມູນທີ່ມີລັກສະນະບິດເບືອນຄວາມເປັນຈິງ ແລະ ຂໍໃຫ້ມີຄວາມເຊື່ອໝັ້ນຕໍ່ລະບົບການໃຫ້ບໍລິການ ແລະຜະລິດຕະພັນຂອງ ທຄຕລ.
ດັ່ງນັ້ນ, ຈຶ່ງໄດ້ແຈ້ງການມາຍັງທ່ານເພື່ອຮັບຊາບ ແລະ ຂໍອະໄພໃນຄວາມບໍ່ສະດວກມານະທີ່ນີ້ດ້ວຍ.
ແຈ້ງການ
