ເຫດການ ເກີດຂື້ນນຳ ເອື້ອຍຂ້ອຍ, ບັດATM ຢູ່ນຳລາວ, ລະຫັດກະບໍ່ມີໃຜຮູ້,

ເຫດການ ເກີດຂື້ນນຳ ເອື້ອຍຂ້ອຍ, ບັດATM ຢູ່ນຳລາວ, ລະຫັດກະບໍ່ມີໃຜຮູ້, ຢູ່ຊື່ນໆ ກະມີຄົນກົດ ເອົາເງິນລາວຢູ່ ຫຮວງພະບາງ ດ້ວຍການໃຊ້ QRcode ,
ຕື່ນເຊົ້າມາ ເຂົ້າປະທະນະຄານ ສາຂາໃຫຍ່ ແຂມຂອງ,ທະນະຄານ ກະໃຫ້ຂຽນໃບ ສະເຫນີ ເບິ່ງກ້ອງ ວົງຈອນປິດ, ເພິານວ່າປະມານ 4 ມື້ ຫາກມີຄົນໂທຫາ , ຈໃທເຫດເກີດແຕ່ວັນທີ່ 28/02/2023,
ມາຮອດປະຈຸບັນ ຍັງ ບໍ່ມີໃຜຕິດຕໍ່ຫາເທື່ອ, ປານນີ້ ຄົນກົດເງິນ ອອກນອກປະເທດລະແລ້ວ.
1. ຄົນໄປກົດ ຮູ້ລະຫັດເຂົ້າ BCELone,
2. ຄົນໄປກົດ ຫັນຮູ້ ລະຫັດ ກົດເງິນ 6ຕົວເລກ,

ແມ່ນໃຜເດ ຈະແຮກໄດ້ແບບນີ້ ????????? ຄວາມຄິດສ່ວນຕົວແລ້ວ, ຖ້າເກີດ ເຫດການແບບນີ້ ທະນະຄານຕ້ອງເປັນຄົນຮັບຜິດຊອບ ສົ່ງເງິນຄືນ, ເພາະວ່າ ເຮົາຝາກເງິນກັບທະນະຄານ, ເຫັນລົງຂ່າວເຕືອນໄພ ເວລາກົດເງິນ,
ບໍ່ເຄີຍເຫັນທະນະຄານ ອອກມາແຈ້ງວ່າແມ່ນແທ້ຫຮືບໍວ່າມີຄົນໄປຕິກຕັ້ງອຸປະກອນເເຮັກ ?
ກ້ອງກະມີ?
ເວລາຕິດຕັ້ງຕ້ອງໄດ້ໃຊ້ເວລາ ?
ເປັນຫຍັງທະນະຄານ ບໍມີຄວາມປອດໄພ ?
ແມ່ນ ຄົນນອກ ຫຮື ຄົນ ໃນ ?
ເຮົາກະບໍຮູ້ ?
ຖ້າ ຕູ້ ສີ ຕູ້ ສາ ຝາກເງິນໄວ້ ທະນະຄານ ໂດຍເພິ່ນ ບໍຮູ້ຫຍັງ ນີ, ເປັນໄປໄດ້ສູ້ງ ວ່າຈະຖືກຫລັກກົດເງິນແບບນີ້ໄດ້.
ຢ່າລືມວ່າ ລະຫັດບັດ ຕ່າງ ໆ ບໍ່ແມ່ນ ມີແຕ່ ເຈົ້າຂອງບັນຊີ ແກ້ໄຂໄດ້.
ສະຫຮຸດວ່າ ຖ້າເກີດ ເຫດການແບບນີ້ ຢາກໃຫ້ທະນະຄານຮັບຜິດຊອບໃຊ້ເງິນໃຫ້ຊາຊົນ ສາ, ສ່ວນຖືກຫລັກດ້ວຍ ວິທິໃດຫັນ ໃຫ້ທະນະຄານປັບປຸງແກ້ໄຂສາ, ຄົນເກັງ ກະບັກຫຮາຍໆ ຢູ່ອົງກ່ອນ, ພັດທະນາ app ກະບັກເກັ່ງໆ,
ໃຫ້ພາກັນຄິດແດ່ ເລື່ອງຄວາມປອດໄພ ຂອງເງິນປະຊາຊົນ ຫຮືໃຫ້ມີ option ໃຫ້ປະຊາຊົນເວົ້າເລື່ອງຕວາມປອດໄພ ຫຮື ປະກັນໄພຫຍັງຕ່າງໆ,ເດືອນເທົ່າໃດ ກະວ່າກັນໄປ
……
ທີ່ມາ
