ນວ ສັ່ງຫ້າມ! ເປີດເຄື່ອງສຽງ ແລະ ເສບດົນຕີດັງລົບກວນເຮືອນຂ້າງຄຽງ ຝ່າຝືນປັບໄໝ 500.000 – 10.000.000 ກີບ

ນວ ສັ່ງຫ້າມ! ເປີດເຄື່ອງສຽງ ແລະ ເສບດົນຕີດັງລົບກວນເຮືອນຂ້າງຄຽງ ຝ່າຝືນປັບໄໝ 500.000 – 10.000.000 ກີບ.ເຈົ້ງຄອງນະຄອນຫຼວງວຽງຈັນອອກຄໍາສັ່ງຫ້າມດັ່ງນີ້:

1. ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ລວມທັງຮ້ານບັນເທີງ, ຮ້ານຄາຣາໂອເກະ ແລະ ຮ້ານກິນດື່ມທຸກປະເພດ ໃນທົ່ວນະຄອນຫຼວງວຽງຈັນ ເປີດເຄື່ອງຂະຫຍາຍສຽງດົນຕີ ແລະ ເສບດົນຕີສົ່ງສຽງເນືອງນັນ ລົບກວນຄົນໃນຄອບຄົວ ແລະ ເຮືອນຂ້າງຄຽງ ຍົກເວັ້ນກິດຈະກໍາທີ່ຈະຈັດຂຶ້ນເປັນບາງຄັ້ງບາງຄາວ ທີ່ໄດ້ຮັບ ອະນຸຍາດຢ່າງເປັນທາງການ ຈາກອົງການປົກຄອງບ້ານ, ເມືອງ, ນະຄອນຫຼວງວຽງຈັນ ແລະ ລັດຖະບານ.

2. ງານ ຫຼື ກິດຈະກໍາໃດທີ່ໄດ້ຮັບອະນຸຍາດໃຫ້ເປີດເຄື່ອງຂະຫຍາຍສຽງ ຫຼື ສຽງດົນຕີນັ້ນ ຕ້ອງຮັບປະກັນບໍ່ ໃຫ້ລະດັບຂອງສຽງດົນຕີ ຫຼື ສຽງເສບດົນຕີ ກາຍລະດັບດີຊີເບວທີ່ກໍານົດໄວ້ໃນກົດຫມາຍ ວ່າດ້ວຍ ສິນລະປະການສະແດງ ສະບັບເລກທີ 16/ສພຊ, ລົງວັນທີ 04 ພຶດສະພາ 2017 ຫມວດທີ 3 ມາດຕາ 42 ຂໍ້ 3 ແລະ ບໍ່ໃຫ້ເປີດເຄື່ອງຂະຫຍາຍສຽງດົນຕີ ຫຼື ເສບດົນຕີສົ່ງສຽງເນືອງນັນກາຍເວລາ 23:00 ໂມງ ຢ່າງເດັດຂາດ.

3. ມາດຕະການຕໍ່ຜູ້ລະເມີດ:

ກ. ສໍາລັບບຸກຄົນ:

– ກ່າວເຕືອນເທື່ອທີ 1 ແລະ ໃຫ້ຢຸດເຊົາທັນທີ;

– ກ່າວເຕືອນເທື່ອທີ 2 ພ້ອມທັງປັບໃຫມ 500.000-3.000.000 ກີບ ແລະ ໃຫ້ຢຸດເຊົາທັນທີ.

– ກ່າວເຕືອນເທື່ອທີ 3 ພ້ອມທັງປັບໃຫມ 500.000-3.000.000 ກີບ, ຢຶດເຄື່ອງຂະຫຍາຍສຽງ ຫຼື ເຄື່ອງເສບດົນຕີ ແລະ ຫຼື ນໍາຕົວເຈົ້າຂອງຈັດກິດຈະກໍາ ຫຼື ເຈົ້າຂອງເຄື່ອງຂະຫຍາຍສຽງ ຫຼື ເຄື່ອງເສບດົນຕີ ໄປ ດໍາເນີນຄະດີ ຕາມກົດຫມາຍ ແລະ ລະບຽບການກ່ຽວຂ້ອງ.

ຂ. ສໍາລັບນິຕິບຸກຄົນ:

– ກ່າວເຕືອນເທື່ອທີ 1 ແລະ ໃຫ້ຢຸດເຊົາທັນທີ;

– ກ່າວເຕືອນເທື່ອທີ 2 ສັ່ງໃຫ້ຢຸດເຊົາທັນທີ ແລະ ປັບໃຫມ 5.000.000-10.000.000 ກີບ.

– ກ່າວເຕືອນເທື່ອທີ 3 ສັ່ງໃຫ້ຢຸດເຊົາທັນທີ ແລະ ປັບໃຫມ 5.000.000-10.000.000 ກີບ, ຢຶດເຄື່ອງ

ຄ. ສໍາລັບເຈົ້າຫນ້າທີ່ຂອງລັດ:ກໍລະນີເຈົ້າຫນ້າທີ່ກ່ຽວຂ້ອງ ເມີນເສີຍ ຫຼື ປະລະຫນ້າທີ່ ບໍ່ບັງຄັບປະຕິບັດມາກຕະການໄວ ຕາມການໂທແຈ້ງ ເຂົ້າມາຂອງພົນລະເມືອງ ຫຼື ຄອບຄົວ ທີ່ໄດ້ຮັບຜົນກະທົບຈາກມົນລະພິດທາງສຽງນັ້ນ ຈະຖືກພິຈາລະນາລົງວິໄນ ຫຼື ດໍາເນີນຄະດີປົກຄອງ ຕາມແຕ່ກໍລະນີ ເບົາ ຫຼື ຫນັກ.

ລາຍລະອຽດແຈ້ງການໃນຄອມເມັ້ນ!

..

#TargetMagazine

Related Posts

Leave a Reply

Your email address will not be published. Required fields are marked *