ຂ່າວທົ່ວໄປ

ຊົມເຊີຍ​👏👏ນັກຮົບເສື້ອຂາວ​ ຊຸດ​ 2​ ທີ່ໂຮງໝໍພາກສະໜາມແຂວງຈຳປາສັກ ສຳເລັດພາລະກິດຕ້ານໂຄວິດ​-19​ ປະຕິບັດວຽກ 30​ ວັນ​ ແລະ​ ກັກຕົວ​ອີກ​ 14​ ວັນ

ຊົມເຊີຍ​👏👏ນັກຮົບເສື້ອຂາວ​ ຊຸດ​ 2​ ທີ່ໂຮງໝໍພາກສະໜາມແຂວງຈຳປາສັກ ສຳເລັດພາລະກິດຕ້ານໂຄວິດ​-19​ ປະຕິບັດວຽກ 30​ ວັນ​ ແລະ​ ກັກຕົວ​ອີກ​ 14​ ວັນ

ທີມງານແພດໝໍ-ພະຍາບານໂຮງໝໍຈຳປາສັກ ຊຸດທີ 2 ໄດ້ສຳເລັດພາລະກິດການຄຸ້ມຄອງກໍລະນີ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ໂຮງໝໍພາກສະໝາມວິທະຍາໄລການເງິນພາກໃຕ້ ເຊິ່ງມີຜົນງານໃນການສານຕໍ່ການຄຸ້ມຄອງກໍລະນີຜູ້ຕິດເຊື້ອໂຄວິດ-19 ແລະ ປີ່ນປົວຜູ້ຕິດເຊື້ອທີ່ມີອາການເບົາບາງ ລວມທັງໝົດ 290 ຄົນ,​ ປີ່ນປົວຫາຍດີ ຜົນກວດລົບແລ້ວກັບບ້ານທັງໝົດ 233 ຄົນ​ ແລະ​ ປັດຈຸບັນມີຜູ້ຕິດເຊື້ອເຫຼືອພຽງ 57​ ຄົນ ເຊິ່ງໄລຍະໃກ້ໆນີ້ຈະປີ່ນປົວຫາຍດີທັງໝົດ

ທີມແພດຊຸດທີ 2 ຈຳນວນ 4 ທ່ານ ຄື:1. ດຣ.ສຳລິດ ອິນທະກຸມມານ ຫົວໜ້າທີມ2. ພບ ຄອນສະຫວັນ ວົງວິໄລ3. ພຊສ ແວວຕາ ແກ້ວປະເສີດ4. ທ້າວ ສອນໄຊ ມາບົວ

ບັນດາທ່ານທັງໝົດນີ້ໄດ້ເສຍສະຫຼະເວລາ,​ ເຮືອແຮງ, ຈິດໃຈ ສຸມໃສ່ການປີ່ນປົວ, ປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ ເປັນເວລາ 30​ ວັນ ຢູ່ທີ່ໂຮງໝໍພາກສະໝາມແຫ່ງນີ້ ຫຼັງຈາກນັ້ນຍັງສືບຕໍ່ຈຳກັດບໍເວນອີກ 14​ ວັນ ຈຶ່ງສາມາດກັບຫາຄອບຄົວ ແລະ ສັງຄົມໄດ້ ລວມເວລາ 45​ ວັນ ທີ່ຫ່າງຈາກຄອບຄົວ ແລະ ສັງຄົມ.​ ດັ່ງນັ້ນ,​ ຂໍຍ້ອງຍໍນ້ຳໃຈເສຍຫຼະຂອງບັນດາທ່ານ ທີ່ຍາມໃດກໍ່ເບີ່ງເຫັນປະເທດຊາດ ບ້ານເມືອງ ແລະ ພໍ່ແມ່ອ້າຍ ເອື້ອຍ ນ້ອງ ປະຊາຊົນບັນດາເຜົ່າ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button