ນໍ້າຖ້ວມທາງ ເລກ 10 ກາຍເປັນບັນຫາຊໍ້າເຮື້ອ ນັບແຕ່ ທາງນີ້ ສ້າງແລ້ວ!

ປະຊາຊົນບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ລາຍງານວ່າ ຝົນຕົກປະມານ 10-20 ນາທີ ກໍ່ຈະພົບບັນຫາ ນໍ້າຖ້ວມຂັງ ເຕັມຫົນທາງ ທຸກຄັ້ງ ແລະ ເປັນແບບນີ້ມາຫຼາຍປີແລ້ວ.

ຄລິບນີ້ ແມ່ນ ຖ້ວມແລງວັນທີ 5/6/2021, ເປັນຝົນຕົກໜັກ ຮອບທໍາອິດຂອງປີນີ້.

ຂໍໃຫ້ໜ່ວຍງານກ່ຽວຂ້ອງຊ່ວຍກວດກາຄືນດ້ວຍ.
