ຂ່າວດີ ຊົມເຊີຍ ອຸດົມໄຊ ປິ່ນປົວຜູ້ຕິດເຊື້ອຫາຍດີ ໝົດແລ້ວ

ຊົມເຊີຍ ! ວັນທີ 6/6/2021 ຄະນະສະເພາະກິດ,ແພດ-ໝໍ ໂຮງໝໍແຂວງອຸດົມໄຊ

ອະນຸຍາດໃຫ້ຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ທີ່ໄດ້ຮັບການປິ່ນປົວຫາຍດີ ຈຳນວນ 8 ກໍລະນີ (ກໍລະນີທີ15 ຫາ ກໍລະນີທີ22) ອອກໂຮງໝໍ ສົ່ງຄືນສູ່ຄອບຄົວສືບຕໍ່ຕິດຕາມອາການທັງໝົດແລ້ວ…

ປັດຈຸບັນ ຢູ່ໂຮງໝໍແຂວງອຸດົມໄຊ ມີໂຕເລກຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ພວມນອນປິ່ນປົວ ຈຳນວນ 0 ກໍລະນີ (ໝາຍຄວາມວ່າ: ບໍ່ມີຜູ້ຕິດເຊື້ອແລ້ວ).