ເຫ ດເກີ ດຂຶ້ນ ວັນທີ 4 ມິຖຸນາ 2021 ທີ່ຜ່ານມາ ທີ່່່ແຂວງລຳພູນ​ ປະເທດ​ໄທ​

ເຫດເກີດຂຶ້ນ ວັນທີ 4 ມິຖຸນາ 2021 ທີ່ຜ່ານມາ ທີ່ແຂວງລຳພູນ,ປະເທດໄທ. ບ່ອນເກີດເຫດເປັນບ້ານ 2 ຊັ້ນ, ພົບສົບຜູ້ເສຍຊີວິດ ອາຍຸ 57 ປີ ເປັນເຈົ້າຂອງບ້ານ ຖືກຍິງດ້ວຍອາວຸດປືນ ຂະໜາດ.38 ທີ່ບໍລິເວນແກ້ມ ແລະ ໜ້າເອິກ ລວມ 3 ນັດ. ສ່ວນຜູ້ກໍ່ເຫດກໍແມ່ນເມຍ ຂອງຜູ້ເສຍຊີວິດເອງ ອາຍຸ 52 ປີ ໄດ້ເຂົ້າມອບໂຕກັບຕຳຫຼວດ ແລະ ສາລະພາບວ່າ ເປັນຄົນຍິງຜູ້ເປັນຜົວ ຈົນເສຍຊີວິດເອງ.

ຈາກການສອບຖາມຜູ້ກໍ່ເຫດ ກໍຄືເມຍຜູ້ເສຍຊີວິດ ໄດ້ເລົ່າວ່າ: ຕົນເອງກັບຜົວນັ້ນ ຢູ່ນຳກັນມາດົນ ຮ່ວມທຸກຮ່ວມສຸກກັນມາຫຼາຍປີ ໂດຍການຄ້າຂາຍຫອມແດງ ຈຶ່ງມີຖານະຂຶ້ນມາເລື້ອຍໆເມື່ອຖານະປ່ຽນໄປ ຜູ້ເປັນຜົວກໍເລີ່ມມີນິໄສເຈົ້າຊູ້ຂຶ້ນ ມັກຫາເລື່ອງຜິດຖຽງກັບຕົນເອງ ແລະ ລູກຕະຫຼອດ. ເຊິ່ງໃນມື້ເກີດເຫດ ຕົນເອງ ແລະ ຜົວຜິດຖຽງກັນຮ້າຍແຮງ ເພາະວ່າຜູ້ເປັນຜົວມາຢົວະເຢີ້ຍ ໂດຍການໂຊຮູບຜູ້ສາວ ງາມໆ ມາອ້າງ ພ້ອມທັງໂຊຂໍ້ຄວາມແຊັດກັນໃນລັກສະນະຊູ້ສາວ, ຕອນນັ້ນ ຕົນເອງໃຈຮ້າຍແຮງ ທົນບໍ່ໄດ້ ເລີຍຈັບປືນມາຍິງຜູ້ເປັນຜົວ ແລະ ຍິງຊໍ້າອີກຈົນເສຍຊີວີດ.

ເບື້ອງຕົ້ນ, ຕຳຫຼວດໄດ້ເກັບພາບບ່ອນເກີດເຫດໄວ້ເປັນຫຼັກຖານ ກ່ອນຈະຄຸມໂຕຜູ້ກໍ່ເຫດໄປສອບສວນຕື່ມ ເພື່ອດຳເນີນຄະດີຕໍ່ໄປ.

Related Posts

Leave a Reply

Your email address will not be published. Required fields are marked *