ວັນທີ ໖ ມິຖຸນາ ພຸດທະສັງກາດ ໒໕໖໔ ນ້ອມຣຳລຶກໃນໂອກາດຄົບຮອບ ໑໐໐ ປີ ແຫ່ງຊາຕະການ ( 06/06/1921 – 06/06/2021)

ສາທຸໃຫຍ່ ມ້າວ ມະນີວັງໂສ ອະດີຕເຈົ້າອະທິການວັດຊຽງທອງ ໄຊຍະໂຣຫະຣາມາທິບໍດີມະຫາວິຫາຣ ນະຄອນຫຼວງພຣະບາງ.

ໃນຍຸກສະໄຫມຂອງສາທຸໃຫຍ່ ມ້າວ ມະນີວັງໂສ ຕອນທີ່ເພິ່ນເປັນເຈົ້າອາວາດວັດຊຽງທອງ ເພິ່ນເປັນພຣະສົງຜູ້ທີມີຄວາມໃຈເຢັນ ມັກສ້າງສາພັດທະນາ ເປັນທີຮັກຂອງປະຊາຊົນທົ່ວໄປ ວັດຊຽງທອງ ທີ່ຈະເຣິນຮຸ່ງເຮືອງເຫລືອງເຫລືອມທີເຫັນທຸກມື້ນີ້ ກໍ່ແມ່ນຫນຶ່ງທີເພິ່ນນຳພາສ້າງສາພັດທະນາໃຫ້ພວກເຮົາເຈົ້າຂ້ອຍເຫັນກັນ ມື້ນີ້ຄົບຮອບວັນເກີດເພິ່ນ .

ພວກຂະນ້ອຍລູກຫລານເຫລັນຫລອນ ຍັງຣະນຶກເຖິງຄຸນຄວາມດີຂອງເພິ່ນຕະຫລອດໄປ….
