ລອງເບິ່ງກໍ່ບໍ່ເສຍຫາຍ.!!ປູກຕົ້ນໄມ້ມົງຄຸນຕາມວັນເກີດ ຊ່ວຍເສີມດວງຊະຕາຊີວິດລາບລື້ນບໍ່ຕົກອັບ

* ຄົນທີ່ເກີດວັນທິດໃຫ້ປູກຫວ່ານມະຫາລາດ ໄວ້ທີ່ໜ້າບ້ານໃນວັນພະຂຶ້ນ 6-15 ຄໍ່າ ພ້ອມທ່ອງຄາຖາມະຫາລາໂຖຄະ ວັນຕຸເມ 3 ຄັ້ງ ຈະມີໂຊກລາບມົງຄຸນ.

* ຄົນເກີດວັນຈັນໃຫ້ປູກຫວ່ານ 4 ທິດ ໄວ້ທາງເຂົ້າບ້ານໃນວັນພະຫັດຂຶ້ນ 9-15 ຄໍ່າ ພ້ອມໃຫ້ທ່ອງຄາຖາ ນະໂມພຸດທາຍະ 3 ຄັ້ງ ຈະຊ່ວຍເສີມໃຫ້ດວງຊາຕາລາບລື່ນບໍຕົກອັບ.

* ຄົນທີ່ເກີດວັນອັງຄານໃຫ້ປູກຫວ່ານເສດຖີເຮືອນນອກໄວ້ທີ່ໜ້າບ້ານໃນວັນອັງຄານ ຫຼື ວັນພະຫັດຂຶ້ນ 4-15 ຄໍ່າ ພ້ອມໃຫ້ທ່ອງຄາຖາ ນະໂມພຸດທາຍະ 3 ຄັ້ງ ຈະຊ່ວຍເສີມໂຊກລາບ ແລະ ເງິນທອງໃຫ້ລວຍຂຶ້ນ.

* ຄົນທີ່ເກີດວັນພຸດໃຫ້ປູກຫວ່ານສະເໜຈັນທາຂາວ ໄວ້ບ່ອນໃດກໍ່ໄດ້ໃນບໍລິເວນບ້ານໃນວັນພະຫັດຂຶ້ນ 3-15 ຄໍ່າ ພ້ອມໃຫ້ທ່ອງຄາຖາ ນະເມຕາ ນະໂມພຸດທາຍະ 3 ຄັ້ງ ຈະຊ່ວຍເສີມໃຫ້ມີເມຕາມະຫານິຍົມ ແລະ ເປັນສິລິມົງຄຸນ.

* ຄົນທີ່ເກີດວັນພະຫັດໃຫ້ປູກຫວ່ານທໍລະນີສາດ ໄວ້ບ່ອນໃດກໍ່ໄດ້ໃນບໍລິເວນບ້ານໃນວັນພະ ຂຶ້ນ 3-15 ຄໍ່າ ພ້ອມກັບທ່ອງຄາຖາ ພຸດທັງ ທຳມັງ ສັງຂັງນຳໂຊກ 3 ຄັ້ງ ຈະຊ່ຍໃຫ້ໂຊກທີ່ສົມບູນຂຶ້ນ.

ຄົນທີ່ເກີດວັນສຸກໃຫ້ປູກຫວ່ານ 4 ທິດ ໄວ້ນ້າບ້ານໃນວັນພະຫັດຂຶ້ນ 9-15 ຄໍ່າ ພ້ອມທ່ອງຄາຖາ ນະໂມພຸດທາຍະ 3 ຄັ້ງ ຈະຊ່ວຍເສີມໃຫ້ມີເມຕາມະຫານິຍົມເຮັດການໃດຮຸ່ງເຮືອງລາບລື່ນ

* ຄົນທີ່ເກີດວັນເສົາໃຫ້ປູກຫວ່ານເສດຖີເຮືອນໃນໄວ້ບໍລິເວນໃດໜຶ່ງພາຍໃນບ້ານໃນວັນພະຫັດຂຶ້ນ 4-15 ຄໍ່າ ພ້ອມທ່ອງຄາຖາ ນະໂມພຸດທາຍະ 3 ຄັ້ງ ຈະຊ່ວຍເສີມໃຫ້ຖານະໜັ້ນຄົງລໍ່າລວຍຂຶ້ນ.