ຊ່ວຍເປັນກຳລັງໃຈເຖິງວ່າຝົນຈະຕົກ ຟ້າຈະຮ້ອງ ລົມຈະແຮງ ເພື່ອຄົນທີ່ຢູ່ຂ້າງຫຼັງ ສູ້ໆ

ນີ້ແມ່ນຮູບພາບ ຣາຍເດີ້ ຈາກ ຟູດແພນດ້າ ຂີ່ລົດຈັກ ລຸຍຝົນ ຢູ່ນະຄອນຫຼວງວຽງຈັນ ເພື່ອຮັບປະກັນ ໃຫ້ອາຫານ ໄດ້ເຖິງມື ລູກຄ້າ ຢ່າງປອດໄພ ແລະ ທັນເວລາ, ໂດຍສະເພາະ ໃນໄລຍະການແຜ່ລະບາດ ຂອງເຊື້ອພະຍາດ ໂຄວິດ-19 ການສັ່ງອາຫານ ຜ່ານທາງມືຖື ກາຍເປັນຮູບແບບ ການໃຊ້ຊີວິດປົກກະຕິແບບໃຫມ່ ທີ່ປອດໄພ ຂອງຄົນໃນເມືອງ.

ຊຶ່ງກໍາລັງໄດ້ຮັບຄວາມນິຍົມສູງ ແລະ ຍັງສາມາດ ສ້າງອາຊີບ ແລະ ລາຍຮັບດີ ໃຫ້ກັບ ຣາຍເດີ້ ຫຼາຍໆຄົນ.