ແພດໝໍລາວ ປົວໂ ຄ ວິ ດ ໄດ້ທຽບເທົ່າກັບສາກົນ ລົບຄໍາປະໝາດທີ່ວ່າ “ແພດໝໍລາວບໍ່ເກັ່ງ

ແຕ່ໃນຄວາມເປັນຈິງແລ້ວ, ພຽງແຕ່ຊ່ວງໄລຍະເດືອນດຽວ ນັບແຕ່ວັນທີ່ 11 ເມສາຫາວັນທີ 18 ພຶດສະພາ 2021 ຈໍານວນຜູ້ຕິດເຊື້ອໃນລາວນັບທັງຕິດແບບນໍາເຂົ້າ ແລະ ຕິດໃນຊຸມຊົນພຸ່ງສູງຂຶ້ນເກືອບແຕະ 2000 ຄົນ ເມື່ອໄລ່ມາເຖິງວັນທີ 2 ພຶດສະພາ 2021, ລາວສາມາດປິ່ນປົວຫາຍດີໄດ້ທັງໝົດ 1.637ຄົນ/1.934 ຄົນທີ່ຕິດເຊື້ອສະສົມ ແລະ ຍັງພຽງ 300 ຄົນ ທີ່ຍັງນອນປິ່ນປົວຢູ່ຕາມໂຮງໝໍແຫ່ງຕ່າງໆໃນທົ່ວປະເທດ.ຖ້າຄິດໄລ່ຈຳນວນຜູ້ປົວຫາຍດີໃສ່ກັບຈຳນວນຜູ້ຕິດເຊື້ອສະສົມກວມຫຼາຍກວ່າ 80% ພາຍໃນເດືອນດຽວຖືວ່າເປັນຕົວເລກທີ່ສູງ ແລະ ໄວທີ່ສຸດ.

ຫຼາຍຄົນ ແລະ ຫຼາຍປະເທດຄົງຄຶດວ່າ ລາວເຮົາເປັນປະເທດນ້ອຍດ້ອຍພັດທະນາຄົງຈະບໍ່ມີຄວາມຮູ້ ຄວາມສາມາດພຽງພໍ ແລະ ຂາດປະສົບໃນການປິ່ນປົວຄົນເຈັບທີ່ຕິດເຊື້ອໂຄວິດ-19 ຢູ່ບໍ່ໜ້ອຍ. ນີ້ຄືກະແສແນວຄວາມຄິດທີ່ຫຼາຍຄົນຄິດໄວ້ ໃນທຳນອງດຽວກັນ ຊຶ່ງມີໂລຊິກຕັກກະສາດສົມຄວນ ເພາະເຫດຜົນທີ່ວ່າ: ເຄື່ອງໄມ້ເຄື່ອງມື ທາງການແພດບໍ່ພຽງພໍ ຊໍ້າບໍ່ໜຳຍັງຫຼ້າຫັງບໍ່ທັນສະໄໝອີກດ້ວຍ, ຢຸກຢາ ກໍຂາດແຄນຢ່າງຫຼວງຫຼາຍ, ໂຮງໝໍ ແລະ ສະຖານທີ່ປິ່ນປົວບໍ່ພຽງພໍ ແລະ ບໍ່ທັນສະໄໝ, ທີມງານແພດໝໍບໍ່ພຽງພໍ ທັງບໍ່ມີປະສົບການໃນການປິ່ນປົວພະຍາດນີ້ມາກ່ອນ, ໂຮງໝໍພາກສະໜາມ ແລະ ສູນກັກກັນຜູ້ຕິດເຊື້ອກໍຂາດເຂີນ…

ອັນນີ້ມັນພິສູດໃຫ້ເຫັນວ່າ ຄວາມຮູ້ ຄວາມສາມາດຂອງແພດໝໍລາວ ບໍ່ໄດ້ນ້ອຍໜ້າຫຼ້າຫຼັງໃຫ້ປະເທດໃດໆ ບວກກັບໄດ້ຮັບການຮ່ວມມືກັບຊ່ຽວຊານປະເທດເພື່ອນມິດ ໂດຍສະເພາະ ຈີນ ແລະ ຫວຽດນາມ ຍິ່ງເຮັດໃຫ້ລາວເຮົາໄດ້ຮັບບົດຮຽນອັນລໍ້າຄ່າ ໃນການຕໍ່ສູ້ກັບໂຄວິດ-19 ແລະ ໄດ້ຮັບການຊ່ວຍເຫລືອອຸປະກອນຈາກບັນດາປະເທດຕ່າງໆ ທັງມີຄວາມສາມັກຄີປອງດອງຂອງຄົນພາຍໃນຊາດ ຈຶ່ງເຮັດໃຫ້ທຸກຢ່າງເປັນໄປໃນທາງທີ່ດີເກີນຄາດ.

“ນັກຮົບຊຸດຂາວລາວ ເກັ່ງກ້າສາມາດອາດຫານຊານໄຊ” ຄົນລາວບັນດາເຜົ່າເປັນກຳລັງໃຈໃຫ້ພວກທ່ານ, ພ້ອມແລ້ວທີ່ຈະໃຫ້ການຮ່ວມໄມ້ຮ່ວມມືເປັນຢ່າງດີ, ພວກເຮົາຈະຢູ່ເຮືອນຢຸດເຊື້ອເພື່ອຊາດ, ພວກເຮົາຈະຢູ່ເຮືອນເພື່ອຫຼຸດຜ່ອນຄວາມລຳບາກຂອງພວກທ່ານ.

ທ່ານໝໍລາວສູ້ສູ້, ເພື່ອອະນາຄົດ ແລະ ປະເທດຊາດຂອງພວກເຮົາ. ທຸກຄົນຈົ່ງສູ້ໄປດ້ວຍກັນ ເພື່ອຊາດ ເພື່ອປະຊາຊົນລາວ ໄດ້ກັບມາຢູ່ດີກິນດີເປັນປົກກະຕິ.

ໂດຍ: ລູກເມືອງພວນ

Related Posts

Leave a Reply

Your email address will not be published. Required fields are marked *