ຄຳຖາມເຖິງເທວະດາ, ພະຍານາກ, ພະພູມເຈົ້າທີ່, ສັດເດຍດະສານ, ຜີເປດ, ສັດໃນນະລົກ ແລະ ມະນຸດຄຳຖາມດຽວກັນ ຕ່າງແຕ່ຄຳຕອບ ຕ່າງພົບພູມ ຕ່າງວາລະ ຕ່າງບາລະມີ ຕ່າງຄວາມຄິດ ຕ່າງການກະທຳ ຕ່າງຈຸດມຸ່ງໝາຍ
ຄຳຖາມຄື:
“ຖ້າໄດ້ເກີດເປັນມະນຸດຢາກຈະເຮັດອັນໃດ?”
ເທວະດາ ຕອບວ່າ“ເຮົາຈະພິຈາລະນາທຳ ເພາະມະນຸດມີກາຍສັງຂານທີ່ເໝາະກັບການພິຈາລະນາທຳຢ່າງສູງ ຮ່າງກາຍຂອງມະນຸດເປັນເຄື່ອງມືທີ່ໃຊ້ພິຈາລະນາທຳໄດ້ດີທີ່ສຸດ ຊ່າງນ່າອິດສາພວກມະນຸດແທ້ໆ”
“ຈະບວດ ຖ້າໄດ້ເກີດເປັນມະນຸດ
ເຮົາຈະບວດ…ເປັນພະຍານາກມີລິດເດດມາກມາຍກໍຈິງ ແຕ່ບວດບໍ່ໄດ້ ພົ້ນທຸກບໍ່ໄດ້ ບໍ່ຄືມະນຸດ ພະພຸດທະເຈົ້າບໍ່ອະນຸຍາດໃຫ້ພະຍານາກບວດ ແຕ່ມະນຸດບວດໄດ້ ມະນຸດສ້າງບຸນໃຫຍ່ໄປສະຫວັນຊັ້ນສູງ ໄປແດນນິບພານໄດ້ແສນປະເສີດ
”ພະຍານາກ ຕອບວ່າພະພູມເຈົ້າທີ່ ຕອບວ່າ“
ຖ້າໄດ້ເກີດເປັນມະນຸດອີກຄັ້ງ ຄາວນີ້ເຮົາຈະໄປທຳບຸນໃສ່ບາດທຸກວັນ ບໍ່ຕ້ອງມານັ່ງລໍຖ້າສ່ວນອຸທິດກຸສົນມາໃຫ້ເຮົາອີກ ໄປທຳເອງເລີຍ ເພີ່ມບາລະມີດ້ວຍຕົນເອງ”
“ຖ້າໄດ້ເກີດເປັນມະນຸດ ເຮົາຈະສົງເຄາະສັດຕົວອື່ນໆ ເປັນສັດນັ້ນແສນທຸກຍາກ ເວົ້າຈາກໍບໍ່ໄດ້ ຄິດອັນໃດທີ່ສະຫຼາດກໍບໍ່ໄດ້ ເປັນມະນຸດມີສະໝອງມີປັນຍາ ເຮົາຈະໃຊ້ປັນຍາຂອງມະນຸດທຳໃຫ້ຕົວເອງບໍ່ຕ້ອງເກີດມາເປັນສັດອີກ”
ສັດເດຍດະສານ ຕອບວ່າຜີເປດ ຕອບວ່າ
“ເຮົາບໍ່ຢາກມີໜ້າຕາອັນຂີ້ກຽດແບບນີ້ ບໍ່ຢາກມີປາກເທົ່າຮູເຂັມ ມີຮູບຮ່າງສູງຄືຕົ້ນຕານ ຖ້າໄດ້ເກີດເປັນມະນຸດ ເຮົາຈະຖືສິນ ຈະຕ້ອງບໍ່ໄດ້ມາເປັນເປດທີ່ຫິວໂຫຍ ອົດໆ ຢາກໆ ທົນທຸກທໍລະມານແບບນີ້”
ສັດນະລົກ ຕອບວ່າແຕ່…ເມື່ອຄຳຖາມດຽວກັນ
“ຢາກສົມຫວັງໃນເລື່ອງຄວາມຮັກ ຢາກລວຍ ຢາກມີຕຳແໜ່ງສູງ ຢາກມີອຳນາດ”
ມະນຸດ ຕອບວ່າອະນິຈຈາໃຜນໍ້….ນ່າສົ່ງສານທີ່ສຸດ!ມະນຸດຜູ້ທີ່ຢາກໄດ້ຊັບສົມບັດພາຍນອກທີ່ຍຶດຖືໄດ້ຊົ່ວຄາວ ທັ່ງທີ່ມີໂອກາດຈະທຳບຸນກຸສົນຫຼາຍກວ່າຄົນອື່ນ ເຮັດໃຫ້ມີອະລິຍະຊັບຄືຊັບອັນປະເສີດເປັນຂອງຕິດຕົວໄປທຸກພົບພູມຢູ່ພາຍໃຈໃຈມີ 7 ສິ່ງຄື ສັດທາ ສິນ ຫິຣິໂອຕຕັປປະ ພາຫຸສັຈຈະ ຈາຄະ ປັນຍາ
ໄລ້ ແລະແຊຣ໌ຕໍ່ ຍິ່ງເປັນການສ້າງບຸນກຸສົນອີກຂັ້ນໜຶ່ງ