ຊົມເຊີຍ ສອງກຳລັງ ປກຊ-ປກສ ສະກັດກັ້ນພະຍາດລະບາດໂຄວິ ດ ຢູ່ດ່ານນ້ຳທຸ່ງ

ສອງກຳລັງ ປກຊ-ປກສ ແຂວງບໍ່ແກ້ວສືບຕໍ່ປະຕິບັດມາດຕະການຕ້ານ ແລະ ສະກັດກັ້ນພະຍາດລະບາດໂຄວິ ດ ຢູ່ດ່ານນ້ຳທຸ່ງ

ໃນວັນທີ 04 ມິຖຸນາ 2021 ນີ້, ສະຫາຍ ພັນໂທ ຈັນພອນເພັດ ຄຳສີ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ ແລະ ສະຫາຍ ພັນໂທ ເນັງສີດາ ເບຼຍລືມົວ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການບັນຊາທະຫານແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ໄດ້ສືບຕໍ່ລົງສຸກຍູ້ວຽງານຕ້ານ ແລະ ສະກັດກັ້ນພະຍາດລະບາດໂຄວິດ ຢູ່ຈຸດກວດດ່ານນ້ຳທຸງ.

ຈາກການລົງກວດກາຕົວຈິງເຫັນວ່າທຸກພາກສ່ວນ ແມ່ນໄດ້ເປັນເຈົ້າການປະຕິບັດຕາມມາດຕະການຕ່າງໆ ທີ່ຂັ້ນເທິງວາງອອກ ເວົ້າລວມ ເວົ້າສະເພາະ ຢູ່ດ່ານກວດຄົນເຂົ້າ-ອອກລະຫ່ວາງ ແຂວງ ຕໍ່ ແຂວງ, ເມືອງ ຕໍ່ ເມືອງ, ບ້ານ ຕໍ່ ບ້ານ, ແມ່ນມີຄວາມເຂັ້ມງວດ. ການຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ຂັ້ນເທິງວາງອອກໃນການສະກັດກັ້ນ ແລະ ຕອບຕ້ານກັບພະຍາດໂຄວິດ

ຢູ່ຈຸດດ່ານດັ່ງກ່າວໄດ້ຈັດຕັ້ງຫຼາຍພາກສ່ວນໃນການກວດຄົນເຂົ້າ-ອອກເມືອງ ເຊິ່ງໃນໄລຍະຜ່ານມາການຈັດຕັ້ງປະຕິບັດແມ່ນມີຄວາມສະຫງົບ ໂດຍພື້ນຖານ ການສັນຈອນໄປມາແມ່ນມີຄວາມເປັນລະບຽບຮຽບຮ້ອຍ ສາມາດຮັບປະກັນໄດ້ຕາມມາດຕະການປ້ອງກັນພະຍາດໂຄວິດ

ແຕ່ເຖິ່ງຢ່າງໃດກໍ່ຕາມການເຂົ້າ-ອອກເມືອງ ຕ້ອງໄດ້ຮັບອະນຸຍາດຈາກທາງການກໍ່ຄືໜ່ວຍງານສະເພາະກິດ ແລະ ໜ່ວຍງານຮັບຜິດຊອບຂອງບ້ານດັ່ງກ່າວຢ່າງເຄັ່ງຂັດ.

ໂອກາດນີ້ ສະຫາຍ ພັນໂທ ຈັນພອນເພັດ ຄຳສີ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ທຸກໆພາກສ່ວນທີ່ໄດ້ເອົາໃຈໃສ່ຕໍ່ໜ້າທີ່ຂອງຕົນຕາມຂັ້ນເທິງມອບໝາຍໃຫ້ ພ້ອມທັງເນັ້ນໜັກໃຫ້ທຸກພາກສ່ວນທີ່ປະຈໍາຢູ່ບັນດາຈຸດດ່ານກວດກາ ປ້ອງກັນຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ ົທີ່ກຳລັງແຜ່ລະບາດເປັນວົງກວ້າງພາຍໃນປະເທດເຮາ

ເວົ້າລວມເວົ້າສະເພາະ ແຂວງບໍ່ແກ້ວ ໃຫ້ຫຼຸດໜ້ອຍຖອຍລົງເປັນກ້າວໆ, ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ສືບຕໍ່ເອົາໃຈໃສ່ເຮັດໜ້າທີ່ປ້ອງກັນຄວບຄຸມມາດຕະການຕ່າງໆຢ່າງເຂັ້ມງວດຈົນກວ່າຈະມີຄໍາສັ່ງປ່ຽນແປງ.

ໂດຍ: ວໍລະສິດ ພິດສະຫາຍ.

Related Posts

Leave a Reply

Your email address will not be published. Required fields are marked *