ເສຍເວລາອ່ານແປັບ ຖ້າບໍ່ຢາກເສຍໃຈຕະຫລອດຊີວີດໃຜບໍ່ຢາກອ່ານຟັງວີດີໂອ ຄາວໆໃບຢູ່ລຸ່ມໆຜູ້ລອດຊີວີດຈາກ ພະຍາດມະເລັງຕ່ອມນໍ້າເຫລືອງໄລຍະທີ່4ຊີມາເລົ່າປະສົບການອາການເລີ່ມຕົ້ນທຳອີດທີ່ແມ່ເປັນໃຫ້ຟັງ

ອາກາດທີ່ແມ່ຂ້ອຍເລົ່າໃຫ້ຟັງ ທຳອີດເຈັບທ້ອງ ຄ້າຍໆຄືເຈັບກະເພາະທຳມະດາ ເຈັບດີໆ ກີນຢາແກ້ປວດໃສ່ ສັກຢາແກ້ປວດລະກະດີ ເຈັບຢາວນານນແຕ່ປີ2010 ເຈັບຍືດຍາວມາ ຮອດ 9 ປີ.
ມາຮູ້ວ່າເປັນມະເລັງແມ່ນເດືອນ 6 ປີ 2019 ກຳລັງຈັດງານດອງຂອງຂ້ອຍເອງ ແມ່ລາວກະໄປເລາະຍາຍບັດເຊີນໃຫ້ພີ່ໆນ້ອງໆ ແລ້ວ ແມ່ຮູ້ສືກວ່າເຈັບທ້ອງແຮງທົນບໍ່ໄຫວເລີຍແລ່ນເຂົ້າຄຮີນີກ ເພີ່ນເອົາຢາໃຫ້ກີນລະກະດີ ຕໍ່ມາເພີ່ນສັກຢາໃຫ້ອາທີດ 1 ລະກະກັບໄປເຮັດວຽກປົກກະຕີ ແລ້ວກະຮູ້ສືກເຈັບແຮງມາອີກທົນບໍ່ໄຫວເລີຍຮີບກັບມາວຽງໄປໂຮງຫມໍ150 ຕຽງ ເພີ່ນກະບອກໃຫ້ດຊັກສຸຂະພາບຄືນຫມົດທຸກຢ່າງ.

ກະເຮັດຕາມຫມໍສັ່ງແລ້ວ ຄືຍັງບໍ່ພົບຍັງຜີດປົກກະຕີ ຫມໍເພີ່ນເລີຍສັ່ງໃຫ້ ຊີທີສະແກນກັບແຍ່ທໍ່ເຂົ້າໄປສ່ອງເບີ່ງໃນລືບກະເພາະຜົນປະກົດອອກມາວ່າ ແມ່ມີກ້ອນຢູ່ໃນຫົວກະເພາະຕອນນັ້ນຍັງບໍ່ແນ່ໃຈວ່າຫລືວີໃຈໃດກ້ອນນັ້ນເປັນກ້ອນ ຣ້າຍຫລື ກ້ອນຊິດ ຫມໍເພີ່ນກະຖາມຄວາມສະຫມັກໃຈຜ່າຕັດຫລືບໍ່:

ນ່າກັບຄອບຄົວກັບແມ່ກະຕັດສີນໃຈຜ່າຕັດ ແຕ່ຄວາມໂຊກຮ້າຍເຂົ້າມາເຢືອນ ແມ່ເປັນກ້ອນເນື້ອຣ້າຍ ມະເລັງໄລຍະທີ່4ໄລຍະສຸດທ້າຍ ບໍ່ສາມາດຕັດອອກໃດ ເພາະຖ້າຕັດອອກມັນກະປົ່ງຂື້ນມາໃຫ່ມຄື ເລັບມື້ເຮົາຫັນລະ ເພີ່ນກະເລິຍຍີບໃຫ້ຄຶນແລະຕັດເອົາສ່ວນ1 ໄປວີໃຈວ່າກ້ອນນີ້ສາມາດໃສ່ຂີໂມໃດບໍ່ຫລື ຕ້ອງໃດ ໃສ່ຢາໂຕໃດບັນເທົາ ທີ່ຈີງຫມໍລາວກະຍັງວ່າເປັນມະເລັງຍ້ອນນ່າແລະຄອບຄົວຍອມຮັບຄວາມຈີງບໍ່ໃດ
ໃນໄລຍະ 3 ເດືອນປາຍແມ່ບໍ່ສາມາດກີນເຂົ້າຫລືນໍ້າໃດເລີຍ ມີແຕ່ແຍ່ທໍ່ກະເພາະເອົານົມບັນເທົາມື່ລະ3ຖົງ ກີນເຂົ້າໄປລະມັນມີກ້ອນດັນອອກມາຮາກຕະຫລອດ ຄ້າຍໆຄືຄົນແພ້ທ້ອງເລີຍ.

ພີ່ນ້ອງລູງປ້າເລີຍນຳແມ່ໄປໂຮງຫມໍເພື່ອນບ້ານ1 ໂຮງຫມໍແຖວອຸດອນ ນອນຢູ່ຫັນ 1 ເດືອນ2 ໂຮງຫມໍຢູ່ກຸງເທບ 19 ມຶ້.
ກັບມາຢູ່ບ້ານຖ້າໃດສັກຢາແກ້ປວດທຸກ2 ຊົ່ວໂມງຢາບັນເທົາແລະມໍຟີນຖ້າຜົນວີໃຈວ່າເປັນມະເລັງສະນີດໃດ ຈົນຫມໍແຈ້ງມາວ່າແມ່ເປັນມະເລັງຕ່ອມນໍ້າເຫລືອງສາມາດໃສ່ຂີ້ໂມໃດ ຊີວີດທີ່ສີນຫັວງໃນຕອນນັ້ນກັບມາມີຊີວີດຊີວາຂື້ນ ຄືຄີດວ່າຄືຊີຕາຍຢ່າງດຽວ ໃຜກະດີໃຈເອົາແທ້ເອົາວ່າ.

ແຕ່ກຳລັງດີໃຈນັ້ນຫມໍບອກວ່າ ບໍ່ສາມາດກະລັນຕີໃດວ່າຊີດີຫລືກ້ອນນີ້ຊີຢຸບລົງບໍ່ຄືຄວາມສ່ຽງ50-50ເປີເຊັນ ຫມໍວ່າຢານີ້ແຮງເດີໃສ່ລະຈະເມື່ອຍ ຈະວີນ ຮາກ ເພ້ຍ ,ຍອມໃຈແມ່ບອກຫມໍຊີໃສ່ແຕ່ຊີໃສ່ໂຮງຫມໍໃນກຸງເທບລາຄາມັນຄ່ອນຄ້າງສູງຫລາຍແຕ່ລຸງປ້າບອກໃຫ້ໃສ່ເຮົາກັບແມ່ພໍ່ເລີຍວ່າລອງໄປຖາມໂຮງຫມໍຫລວງຕາມະຫາບົວໃນອຸດອນ ລາຄາຫລັກມື່ນບາດເລິຍກັບມາໃສ່ຢູ່ອຸດອນ.

+ ຫມໍມາແທ້ກເບີ່ງກ້ອນຫມໍວີໃຈວ່າໃສ່ປະມານ8 ເຂັມຫນ້າຈະດີ
– ເຂັ້ມທີ່1 ແມ່ເລີ່ມໃສ່ຈາກກີນຍັງບໍ່ໃດໃສ່ເເລ້ວຕື່ນມາຜົນຄືກີນນໍ້າໃດກືນໃດ ຫມໍກະດີໃຈ ຫມໍວ່າຮ່າງກາຍຕອບສະຫນອງຕໍ່ຢາ

– ແມ່ກະທ່ຽວໄປໃສ່ຈົນຄົບ8ເທື່ອ ທ່ຽວໄປໃສ່ ປານໄປຫ້ອງນໍ້າຮາຮາ.
ອົດເຂົ້າເຊົ້າ.ກີນເຂົ້າບໍ່ຕົງເວລາ ມັນສະສົມມາເລິຍເຮັດໃຫ້ເປັນມະເລັງກະເພາະ ສັນຍານເຕືອນຕອນຊີຮູ່ຜົມຫລົ່ນໂຄດຫລາຍນອນຢູ່ກະຄຸອອກພະຍາດນີ້ຄືພະຍາດກຳລັງໃຈ ຂອບໃຈພີ່ນ້ອງທຸກຄົນທີ່ໃຫ້ກຳລັງໃຈແມ່ມາຕະຫລອດ ໄທຊຽງຂວາງໃຈເຢີ ພີ່ນ້ອງຫລາຍທີ່ສຳຄັນຄອບໃຈລຸງພົງປ້ານ້ອຍທີ່ຊັບພອດປົວແມ່ຈົນດີີ

ແລ້ວມາເຈີໂຄວີດເລີຍປືກສາ ສູນມະເລັງຢູ່ລາວ ເພີ່ນກະໂທສັ່ງຢາໂຕນີ້ມາໃສ່ໃຫ້ຢູ່ລາວ ກະດີຄືກັນຈົນປະຈຸບັນຫລັງໃສ່ຂີໂມຄົບ ຕີດຕາມອາການຢູ່ລາວເຊັກທຸກເດືອນກະບໍ່ມີກ້ອນຍັງຍຸບຫມົດແລ້ວສີ່ງທີ່ແມ່ວ່າມັກເຮັດກີນເຜັດຫລາຍເກີນໄປກີນຂອງດອງຫລາຍ.
Phongsubthavy GROUPລູກກະຊີມັ່ນເຮັດຄວາມດີຊ່ວຍຄົນອື່ນພໍຊ່ວຍໃດຄືຊີງທີ່ລຸງກັບປ້າມັກເພື່ອຕອບແທນບຸນຄຸນ.
ຄົນເປັນຫລາຍ ທຳອີດ ຕອນໄປຄີດວ່າຊີມີແຕ່ແມ່ເຮົາໄປເຫັນຈົນຕົກໃຈ ຄວາມຫລາຍ ສູນມະເລັງນອນລຽນກັນຄື ເຮົາເຂົ້າໂຮງຫມໍຫັນລະແຊຮໃດແທັກຄົນທີ່ເຈົ້າຮັກມາເບີ່ງໃດແບ່ງປັນປະສົບການຂໍໃຫ້ກຳລັງໃຈຄົນທີ່ເປັນພະຍາດມະເລັງຢູ່ເດີ ສູ້ແລະເຮັດແຕ່ສີ່ງມີຄວາມສຸກເຮົາຫົວ1 ເທຶ່ອສາມາດຂ້າເຊວມະເລັງຕາຍ ລາຍລ້ານໂຕ ຕາມຫມໍ.
ບອກ ແລະທີ່ສຳຄັນເຮົາເປັນຜູ້ຍີງຄວນເຊັກສຸຂະພາບຢ່າຖືເບົາຫລາຍ ມະເລັງບໍ່ເລືອກອາຍຸ ເດັກນ້ອຍກະຍັງເປັນ ບໍ່ເລືອກເພດບໍ່ຕ້ອງທໍ້ບໍ່ຕ້ອງຢ້ານ ເພາະຕອນນ່າໄປ ໂຮງຫມໍສູນມະເລັງ ຄົນເປັນຫລາຍ ແທ້ຫລາຍວ່າ ຈົນຕົກໃຈ ຄືພະຍາດທົ່ວໄປເລີຍ.
Lao News Time | ເວລາຂ່າວ ສຳລັບທ່ານ