ຂ່າວທົ່ວໄປ

ເຕືອນແຂວງພາກເໜືອ, ພາກກາງ​ ເຝົ້າລະວັງຝົນປານກາງ ຫາ​ ໜັກ

ກົມ​ອຸຕຸນິຍົມ​ ແລະ​ ອຸທົກກະສາດ​ ຄາດຄະເນສະພາບອາກາດໃນໄລຍະວັນທີ 07 – 12 ມິຖຸນາ 2021: ໃນໄລຍະວັນທີ 07 ຫາ 10 ມິຖຸນານີ້ ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານພາກເໜືອ ຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມຢູ່ທຸກພາກຂອງປະເທດລາວ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປເປັນບໍລິເວນກ້ວງ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ,

⛈️⛈️ເຕືອນແຂວງພາກເໜືອ, ພາກກາງ​ ເຝົ້າລະວັງຝົນປານກາງ ຫາ​ ໜັກ​ ແລະ​ ທ້າຍອາທິດຝົນຈະຫຼຸດລົງໃນແຕ່ລະພາກ

ຈາກນັ້ນ ໄລຍະວັນທີ 11 – 13 ມິຖຸນາ 2021 ອາກາດຈະຮ້ອນຂຶ້ນຕື່ມອີກ ແລະ ສະພາບຝົນໂດຍທົ່ວໄປຈະມີຝົນຕົກຫຼຸດລົງໃນແຕ່ລະພາກ ໂດຍສະເພາະເຂດພາກໃຕ້ຈະມີຝົນຕົກໜ້ອຍ.ມີຄຳເຕືອນ ເພື່ອເຝົ້າລະວັງ ຝົນຕົກຟ້າຮ້ອງຟ້າເຫຼື້ອມ, ລົມແຮງ ແລະ ດິນເຈື່ອນໃນໄລຍະວັນທີ 7 – 10 ມິຖຸນາ 2021​ ເນື່ອງຈາກຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານພາກເໜືອຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປເປັນບໍລິເວນກ້ວາງ ແລະ ຕົກ ປານກາງ ຫາ ໜັກ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ​ ພາກກາງ.

ດັ່ງນັ້ນ, ປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບ ຝົນຕົກຟ້າຮ້ອງຟ້າເຫຼື້ອມຕິດຕໍ່ກັນຫຼາຍວັນ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີດິນເຈື່ອນເກີດຂຶ້ນໄດ້ຢູ່ບາງທ້ອງຖິ່ນແຂວງພາກເໜືອ.

ທີ່ມາ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button