ດັ່ງເລື່ອງລາວນີ້ທີ່ໄດ້ເຜີຍແຜ່ຊີວິດຂອງຄົນໆໜຶ່ງ ທີ່ເຄີຍເປັນຄູ ແຕ່ຕັດສິນໃຈລາອອກ ເພາະເງິນເດືອນທີ່ໄດ້ບໍ່ພໍກັບຕຄ່າໃຊ້ຈ່າຍ ແລະ ບໍ່ມີເງິນເກັບ ຈຶ່ງຕັດສິນໃຈລາອອກທໍມາເຮັດອາຊີບຄ້າຂາຍ.

ເລື່ອງນີ້ເໝາະ ແລະ ເປັນອີກໜຶ່ງຫົນທາງ ສຳລັບໃຜທີ່ບໍ່ມັກວຽກທີ່ກຳລັງເຮັດຢູ່ ຫຼື ຢາກລອງປ່ຽນອາຊີບ ທີ່ອາດຈະດີກວ່າ ມີເງິນຫຼາຍກວ່າ ສາມາດໄດ້ໃນສິ່ງທີ່ເຮົໄດ້ຫຼາຍກວ່າ ແລະ ບໍ່ວ່າໃຜກໍສາມາດເຮັດໄດ້ ບໍ່ວ່າຈະຮຽນຈົບສູງຫຼື ບໍ່ ຫຼື ຮຽນບໍ່ຈົບ ກໍຄື ອາຊີບ ຫຼື ສິ່ງທີ່ເຮົາເຮັດໄດ້ດ້ວຍ 2 ມື້ເຮົາເອງນິລະ.

ເລື່ອງນີ້ເປັນຂອງປະເທດເພື່ອນບ້ານປະເທດໄທ ທີ່ອາດີດຄູ ຕັດສິນໃຈລາອອກມາຂັງລົດພວງ ຫຼື ຊາເລັງ ຂາຍ ຕຳໝາກຮຸ່ງ ປີ້ງໄກ່ ເລາະໄປຕາມທາງ ເພິ່ນຢູ່ຈັງຫວັດ ລ້ອຍເອັດ ຈົບປະລິນຍາຕີ ແຕ່ງດອງ ມີລູກ 4 ຄົນ ແຕ່ສາມີເກີດອຸປະຕິເຫດ ເສຍຊີວິກ ຈຶ່ງໄດ້ຫາງລູກລຳພັງ

ແຕ່ກ່ອນເປັນຄູ ເງິນເດືອນກໍໜ້ອຍແນ່ ບໍ່ພໍໃຊ້ຈ່າຍ ຈຶ່ງກັນມາຄ້າຂາຍ ອາໄສໄດ້ກິນ ແລະ ຂາຍໄປນຳ ມີ ຕຳໝາກຮູ່ງ ປີ້ງໄກ່ກຳໄລມື້ລະ 2,5OO – 3,5OO ບາດ ວ້າວຫຼາຍຢູ່ໃດເນາະ.
ເຫັນແບບນີ້ແລ້ວອຶ້ງເລີຍແມ່ນບໍ່ທຸກຄົນ ນອກຈາກນັ້ນເອື້ອຍຄົນນີ້ເວົ້າອີກວ່າ ກໍຢາກກັບໄປນຸ່ງຊຸດງາມໆ ແຕ່ງໂຕດີໆເປັນຂ້າລາດຊະການອີກຢູ່ ແຕ່ຄິດໄປຄິດວ່າແລ້ວ ພຽງມີຢູ່ມີກິນກໍມີກຽດ ແລະ ພໍໃຈແລ້ວ ທີ່ສາມາດລ້ຽງລູກ ມີທຸກຢ່າງໃຫ້ລູກໄດ້ເຫັນແລ້ວອິດສາເນາະ ນີ້ລະທຸກຄົນ ຫາກເຮົາດຸໜັ້ນ ອົດອອມ ເຮັດສິ່ງທີ່ເຮົາຖະໜັດ ຖືກບ່ອນ ຖືກທີ່ ຖືກເລລາ ມັນກໍດີແບບນີ້ລະເນາະ ອົດທົນຕັ້ງໃຈ ພຽນເອົາເດີ້ໃຜກະ ສູ້ໆ ທຸກຢ່າງບໍ່ວັດກັນທີ່ ຮຽນຈົບສູງ ຫຼື ບໍ່ສູງ ເພາະທຸກຄົນ ທຸກອາຊີບ ມີກຽດ ແລະ ສັກສີຄືກັນ.
ລາວເວົ້າອີກວ່າ ກຳໄລຈາກການຂາຍນີ້ ສາມາດເຮັດໃຫ້ລາວເກັບທ້ອນຊື້ເຮືອນໄດ້ຫຼັງລະ 2.5 ລ້ານບາດ ທີ່ສະລະບູລີ ຊື້ລົດ 7 ແສນ ໄວ້ໃຫ້ລູກໆ ແລະ ຊື້ນາ 10 ກວ່າໄຮ່ ໄດ້ເຂົ້າປີລະ 40-50 ຕັນ.
Lao News Time | ເວລາຂ່າວ ສຳລັບທ່ານ