ກົດໝາຍເຮັດແທ້..!!ເຈົ້າໜີ້ໂພສປະຈານລູກໜີ້ມີໂທດຕິດຄຸກເຖິງ 3 ປີ ແລະຖືກປັບໃໝສູງເຖິງ 20 ລ້ານກີບ

ນ. ກີ້ (ນາມສົມໝຸດ) ຍືມເງິນ ນ. ຈິນ (ນາມສົມໝຸດ) ຈຳນວນ 10.000.000 ກີບ, ໃນສັນຍາກູ້ຍືມມີກຳນົດໃຊ້ຄືນທັງເງີນຕົ້ນແລະເງິນດອອກເບ້ຍ ພາຍໃນວັນທີ 30 ກຸມພາ 2021. ຍ້ອນວ່າ ກີ້ ຜ່ອນຜັນການຈ່າຍຄືນໝີ້ມາຫຼາຍເດືອນ ແລະ ຈິນ ກໍ່ທວງຖາມກ່ຽວກັບການຈ່າຍຄືນໜີ້ ຫຼາຍຄັ້ງແລ້ວ ແຕ່ ກີ້ ກໍ່ມິດງຽບ ຈິນ ຈຶ່ງຕັດສິນໃຈໂພສປະຈານ ກີ້ ໃນ Facebook ຂອງຕົນ.

ໂພດສດັ່ງກ່າວໄດ້ກ່າວຫາວ່າ ກີ້ ເປັນໜີ້ແລ້ວບໍ່ໃຊ້ ແລ ະໄດ້ໃຊ້ຂໍ້ຄວາມທີ່ບໍ່ສຸພາບເຊັ່ນ: ກີ້ມີຄວາມໜ້າດ້ານ, ເຫັນແກ່ໂຕ, ບໍ່ມີຄວາມລະອາຍ ແລະ ຄຳເວົ້າສຽດສີອື່ນໆອີກ. ຕໍ່ກັບເລື່ອງດັ່ງກ່າວພາຍໃຕ້ກົດໝາຍແລ້ວ, ທັງສອງຝ່າຍມີສິດຫຍັງແດ່?

ຕາມກົດໝາຍແລ້ວ ເມື່ອຄູ່ສັນຍາ ໄດ້ຕົກລົງວ່າຈະຕ້ອງໃຊ້ແທນໜີ້ສິນພາຍໃນໄລຍະເວລາໃດໜຶ່ງ, ລູກໜີ້ ມີພັນທະທີ່ຈະຕ້ອງໃຊ້ແທນໜີ້ສິນຕາມເວລາທີ່ກຳນົດໄວ້, ຖ້າບໍ່ປະຕິບັດພັນທະຂອງຕົນແລ້ວ ຈະຖືວ່າລູກໜີ້ຜິດສັນຍາດັ່ງກ່າວ.ຕາມຫຼັກກົດໝາຍແລ້ວ, ເຈົ້າໜີ້ ດໍາເນີນການທາງດ້ານກົດໝາຍ ໂດຍການຟ້ອງຮ້ອງທາງແພ່ງເພື່ອຮຽກຮ້ອງໃຫ້ລູກໜີ້ສົ່ງຕົ້ນທຶນ ພ້ອມດອກເບ້ຍ ຕາມທີ່ກຳນົດໄວ້ໃນສັນຍາ ພ້ອມທັງສາມາດຮຽກຮ້ອງການຊົດເຊຍຄວາມເສຍຫາຍທີ່ເກີດຈາກການບໍ່ປະຕິບັດພັນທະຂອງລູກໜີ້.

ຄຳຖາມສຳຄັນກໍ່ຄື “ເຈົ້າໜີ້ ມີສິດປະຈານ ລູກໝີ້ບໍ່ຖ້າຫາກວ່າ ລູກໜີ້ປະຕິເສດບໍ່ໃຊ້ໜີ້? ຄຳຕອບ: ບໍ່ມີສິດເດັດຂາດ. ເຈົ້າໜີ້ ມີສິດເຮັດໜັງສືແຈ້ງ ຫຼື ທວງຖາມ ການໃຊ້ແທນໜີ້ສິນ. ຖ້າລູກໜີ້ ຍັງເຜີກເສີຍ ເຈົ້າໜີ້ກໍ່ມີສິດຟ້ອງຮ້ອງຕາມລະບຽບກົດໝາຍເທົ່ານັ້ນ.

ພ້ອມກັນນັ້ນ ມາດຕາ 61 ຂອງກົດໝາຍດັ່ງກ່າວຍັງກຳນົດໄວ້ວ່າ ລູກໜີ້ສາມາດຟ້ອງຮ້ອງ ເຈົ້າໜີ້ ທາງແພ່ງໄດ້ອີກ. ລູກໜີ້ ມີສິດທີ່ຈະຮຽກຮ້ອງການຊົດເຊີຍຄວາມເສຍຫາຍຕໍ່ກຽດສັກສີ ແລະ ຊື່ສຽງເນື່ອງມາຈາກການຖືກປະຈານທາງ Facebook.

Lao News Time | ເວລາຂ່າວ ສຳລັບທ່ານ

Related Posts

Leave a Reply

Your email address will not be published. Required fields are marked *