ຈາກຜູ້ໃຊ້ເຟສບຸກຊື່ Mithone Vilaiphone ໄດ້ໂພສວ່າ: ວອນຜູ້ໃຈບຸນຊວ່ຍເຫລືອລາວແດ່.ເລື່ອງມີຢູ່ວ່າໃນວັນທີ່ 7ເດືອນ6/2021ເວລາ8ກາງຄືນຂ້ອຍກັບຫມູ່ໄປຫາກິນຢູ່ບຶງທາດຫລວງເລີຍມາເຫັນຜູ້ຊາຍຄົນຫນື່ງເລີຍຖາມເບີ່ງ.ຜູ້ກ່ຽວຊື່ທ້າວ.ໄຊ ອາຍຸ 19ປີ .

ບ້ານເກີດຢູ່ແຂວງພະບາງ ເປັນລູກກຳພອຍພໍ່ແມ່ຕາຍປະ4ປີຫລັງ.ເອື້ອຍອ້າຍນ້ອງບໍ່ມີ.ຕອນນີ້ມາເຮັດວຽກເປັນກຳມະກອນຢູ່ນະຄອນຫລວງວຽງຈັນ.

ເນື່ອງຈາກມີໂຄວິດລະບາດ ເລີຍບໍ່ມີວຽກເຮັດງານທຳ ເງິນກີບຫນື່ງກໍ່ບໍ່ມີ ເຂົ້າກິນບໍ່ມີ .ແຕ່ລະມື້ໄດ້ໄປຂໍເຂົ້າກິນຢູ່ວັດ.ໂທລະສັບກໍ່ຖືກເຂົາລັກໄປ. ເລີຍມາຂໍອາໄສຢູ່ຕູບຂະເຈົ້າລ້ຽງງົວຢູ່ບຶງທາດຫລວງ ໄດ້2ເດືອນແລ້ວ ອີ່ຕົນເດໄຟຟ້າໃຊ້ບໍ່ມີ ນ້ຳກິນນ້ຳອາບກໍ່ບໍ່ມີ ມີແຕ່ອາບນ້ຳຫນອງປາ ຈຸຂ້ອຍກໍ່ບໍ່ໄດ້ຖືເງິນມາຈັກກີບ .ມີແຕ່ວອນຜູ້ໃຈບຸນຊວ່ຍລາວແດ່ ບໍ່ວ່າຈະເປັນເງິນ,ທີ່ຢູ່ອາໃສ ຫລືຊອກວຽກລາວໃຫ້ກໍ່ໄດ້
ທີ່ມາ
