ສາທຸໃຫ້ໄດ້ຜູ້ຊາຍແບບນີ້ເດີ້ ແຊເລີຍ ຜູ້ຊາຍທີ່ຄອຍດູແລ, ຊ່ວຍເຫຼືອເມຍ ທຸກຢ່າງ ໜ້າຮັກເດ້

ຈາກໂພສ Vilaikham Phanthavong ມື້ນີ້ຄົບຮອບ 11 ປີທີ່ຢູ່ນຳກັນມາ

ຂ້ອຍຍັງຈື່ຈົນຮອດມື້ນີ້ ໃນມື້ທີ່ຂ້ອຍມີບັນຫາໜີ້ສີນຜົວບອກວ່າຖ້າຈັງໄດເຮົາກະຫາເງິນມາໃຊ້ໜີ້ບໍ່ໄດ້ຖ້າເຈົ້າໜີ້ຊີຟ້ອງເອົາເຈົ້າເຂົ້າຄຸກຂ້ອຍຊີເຂົ້າຄຸກແທນເຈົ້າ, ເຈົ້າພ້ອມທີ່ຈະປົກປ້ອງຂ້ອຍຕະຫຼອດເວລາ

ໜີ້ທີ່ເກີດຈາກຂ້ອຍເປັນຜູ້ຄ້ຳປະກັນທີ່ເຄີຍເລົ່າໃຫ້ຟັງມາກ່ອນໜ້ານີ້ ໜີ200ລ້ານຕອນນັ້ນແຕ່ສຸດທ້າຍກະສູ້ສຸດຊີວີດຈົນປົດໜີໄດ້ບໍ່ວ່າຈະມີອຸປະສັກໜັກໜາສ່ຳໄດເຮົາກະຄ່ອຍໃຫ້ກຳລັງໃຈກັນມາ

ອາດທີບາງຄັ້ງທີ່ຜີດຖຽງກັນເປັນທຳມະດາຂອງຊີວີດຄູ່ ຂອບໃຈໃນ 11 ປີທີ່ເຈົ້າບໍ່ເຄີຍນອກກາຍນອກໃຈບໍ່ເຄີຍຜີດກັນຍ້ອນເລື່ອງຊູ້ສາວພໍແຕ່ຂ້ອຍເອີຍຢາກໄປທາງໄດເຈົ້າກະພາໄປແມ້ແຕ່ພາໄປເຮັດເລັບສະຜົມຂັດໜ້າເປັນເລື່ອງສ່ວນຕົວຂອງຜູ້ຍີງແຕ່ເຈົ້າກະພາໄປທຸກຄັ້ງເອົາແຕ່ວ່າຢາກໄປຮ້ານໄດພາໄປໂລດ ໄປຮອດເພີ່ນກະນັ່ງຖ້າເປັນຫຼາຍຊົ່ວໂມງບໍ່ຈົ່ມບໍ່ວ່າຫຍັງ ເຈົ້າຕາມໃຈຂ້ອຍທຸກຢ່າງ


ຂໍໃຫ້ເຈົ້າຮັກສາຄວາມຮັກຄວາມຮັກຂອງເຮົາແບບນີ້ຕະຫຼອດໄປ ຜົວເປັນນ້ອງ 3 ປີປາຍແຕ່ອາຍຸເປັນພຽງຕົວເລກ ອາດຈະເປັນຮູບເກົ່າແຕ່ຂໍເລົ່າໃໝ່


