ລອງເຮັດເບິ່ງ..!!!6 ວິທີເກັບເງິນ ເວລາພຽງ 1 ປີກໍ່ອາດຈະມີເງິນເກັບ ຫລາຍ 10 ລ້ານໄດ້

ເຮັດຕາມນີ້ 6 ວິທີເກັບເງິນ ເວລາພຽງ 1 ປີກໍ່ອາດຈະມີເງິນເກັບເງິນ 20 ລ້ານໄດ້

1. ເກັບໃບ 10ພັນ

ສຸດຍອດວິທີເກັບເງິນໃຫ້ຢູ່ແບບງ່າຍໆ ທີ່ມ່ວນແລະທ້າທາຍກໍ່ຄືການເກັບໃບ 10 ພັນ ນີ້ແຫລະ ເພາະໃບ 10 ພັນເປັນເງິນໃບທີ່ເຮົາສາມາດນຳໃຊ້ໄດ້ຫລາຍທີ່ສຸດ

ແລະ ບາງເທື່ອກາອົດບໍ່ໃຊ້ມັນມາເປັນການເກັບມັນໄວ້ ສະສົມໄວ້ຫລາຍກໍ່ຈະມີເງິນເກັບໄວ້ຫລາຍ ແລະ ໄວພ້ອມດ້ວຍ.

2. ເກັບໃບໃຫມ່

ສຳຫລັບວິທີເກັບເງິນແບບໃດໃຫ້ເຫລືອໃຊ້ຂໍ້ນີ້ ດີຂຶ້ນມາແດ່ ເພາະເຮົາຈະບໍ່ສົນໃຈແລ້ວວ່າຈະເປັນໃບຫຍັງມາ

ຈະເກັບໃບ 20 ພັນ 50 ພັນ ຫລື 1 ແສນ ຖ້າມັນເປັນໃບໃຫມ່ ແບບໃດກໍ່ຫ້າມໃຊ້ເດັດຂາດ

3. ເລືອກກະປຸກອອມສິນທີ່ເອົາເງິນອອກຍາກ ແລະ ນ່າຮັກຫລືເທ້

ບໍ່ມີຫຍັງໃນໂລກທີ່ຈະເອົາຊະນະຄວາມຂີ້ຄານຂອງຄົນເຮົາໄດ້ດອກ ໂດຍສະເພາະຢ່າງຍິ່ງການເກັບເງິນນີ້ຕົວດີ ເພາະຫລາຍເທື່ອທີ່ພະຍາຍາມຈະເກັບເງິນໃຫ້ຢູ່ແຕ່ສຸດທ້າຍກໍ່ຕ້ອງເຜີໃຈ ງັດແງະເອົາເງິນໃນກະປຸກອອກມາໃຊ້ກັນຈົນຫມົດ ນັ້ນເພາະກະປຸກເຮົາມັນຖອນເງິນງ່າຍເກີນໄປນີ້ແຫລະ ເປີດປຸບ ຫຍິບອອກໄດ້ປັບລອງປ່ຽນວິທີເກັບເງິນໃຫ້ຢູ່ແບບໃຫມ່ເບິ່ງ ໂດຍໃຊ້ກະປຸກອອມສິນແບບທີ່ຕ້ອງທຸບເທົ່ານັ້ນຈຶ່ງຈະຫຍູບເງິນໄດ້ ຫລື ແບບທີ່ຕ້ອງໃຊ້ລະຫັດລັບຕ່າງໆ

4. ເກັບເງິນເປັນທີມ ມື້ນີ້ຕາຂ້ອຍມື້ອື່ນຕາເຈົ້າ

ອີກຫນຶ່ງວິທີເກັບເງິນແບບໃດໃຫ້ເຫລືອ ທີ່ໃຊ້ໄດ້ຜົນດີທີ່ສຸດກໍ່ຄືການເກັບເງິນເປັນທີມ ແບ່ງມື້ກັນຊັດເຈນໃນກະປຸໃບດຽວກັນ ໂດຍເຮົາອາດຈະເກັບເງິນກັບຫມູ່ສະຫນິດກັນມື້ທີ່1 ເຮົາຍອດ 20 ມື້ທີ່2 ຫມູ່ຍອດ 20 ປ່ຽນກັນໄປເລື້ອຍໆ ກໍ່ຈະເຮັດໃຫ້ມີຄົນຊ່ວຍເຕືອນກັນ ຄອຍເບິ່ງແລະຮັກສາວິໄນໃນການເກັບເງິນໃຫ້ກັນແລະກັນດີກວ່າເກັບຄົນດຽວຫລາຍ ພໍເກັບເງິນຈົນຄົບ 1 ປີເມື່ອໃດ ເຮົາກໍ່ຄ່ອຍນຳເງິນທີ່ໄດ້ອອກມາຫານ 2 ເທົ່ານີ້ກໍ່ມີເງິນໄວ້ໃຊ້ສະບາຍໆແລ້ວ

5. ເງິນປາກປະຈຳດອກເບ້ຍສູງ

ສຳຫລັບເພື່ອນໆ ທີ່ຂີ້ຄ້ານມານັ່ງຫຍຸ້ງຍາກເອົາເງິນເຂົ້າກະປຸກທຸກມື້ໆ ອາດຈະຝາກຄວາມຫວັງໄວ້ກັບດອກເບ້ຍເງິນຝາກກໍ່ໄດ້ເດີ ເພາະເກືອບຈະທຸກທະນາຄານເຂົ້າມີການເປີດບັນຊີເງິນຝາກປະຈຳດອກເບ້ຍສູງກັນທັງນັ້ນ ຊຶ່ງຂໍ້ດີຂອງດອກເບ້ຍເງິນຝາກກໍ່ຄື ມັນຈະທຳເງິນໃຫ້ເຮົາໄດ້ໂດຍທີ່ເຮົາບໍ່ຕ້ອງລົງທຸນ ລົງແຮງໃດໆເລີຍ.

ເຂົ້າມີການເປີດບັນຊີເງິນຝາກປະຈຳດອກເບ້ຍສູງກັນທັງນັ້ນ ຊຶ່ງຂໍ້ດີຂອງດອກເບ້ຍເງິນຝາກກໍ່ຄື ມັນຈະທຳເງິນໃຫ້ເຮົາໄດ້ໂດຍທີ່ເຮົາບໍ່ຕ້ອງລົງທຸນ ລົງແຮງໃດໆເລີຍ.

6. ໃຊ້ app ຈົດບັນທຶກລາຍຮັບລາຍຈ່າຍ

ຫົວໃຈສຳຄັນທີ່ຈະເຮັດໃຫ້ເງິນເກັບຂອງເຮົາເຫລືອຫລາຍໆ ນັ້ນຕ້ອງເລີ່ມທີ່ເລື່ອງຂອງລາຍຮັບລາຍຈ່າຍກ່ອນເລີຍ ຍິ່ງເຮົາຮູ້ວ່າເຮົາໃຊ້ຈ່າຍໃນເລື່ອງຟຸ່ມເຟືອນຫຍັງໄປເທົ່າໃດແດ່ຫົວໃຈສຳຄັນທີ່ຈະເຮັດໃຫ້ເງິນເກັບຂອງເຮົາເຫລືອຫລາຍໆ ນັ້ນຕ້ອງເລີ່ມທີ່ເລື່ອງຂອງລາຍຮັບລາຍຈ່າຍກ່ອນເລີຍ ຍິ່ງເຮົາຮູ້ວ່າເຮົາໃຊ້ຈ່າຍໃນເລື່ອງຟຸ່ມເຟືອນຫຍັງໄປເທົ່າໃດແດ່

ເຮົາກໍ່ຈະຍິ່ງຕະຫນັກເຖິງຄວາມສຳຄັນຂອງເງິນໄດ້ຫລາຍເທົ່ານັ້ນ ຢ່າງເຊັ່ນບາງຄົນມັກກິນອາຫານແພງໆ ທີ່ຮ້ານທຸກໆມື້ ມື້ລະ 3 ແສນ 4 ແສນ

ຊຶ່ງອາດຈະບໍ່ຮູ້ເລີຍກໍ່ໄດ້ວ່າຕົວເອງຕິດນິໄສແບບນີ້ຢູ່ ແຕ່ເມື່ອໃດທີ່ເຮົາຈົດບັນທຶກລາຍຮັບລາຍຈ່າຍລົງໄປ ຕົວເລກທຸກຢ່າງມັນກໍ່ຈະຟ້ອງອອກມາໃຫ້ເຫັນທັນທີເຮັດໃຫ້ສາມາດປັບປ່ຽນພຶດຕິກຳໄດ້ຢ່າງຕົງຈຸດແລະເກັບເງິນໄດ້ຫລາຍຂຶ້ນອີກດ້ວຍ.

Related Posts

Leave a Reply

Your email address will not be published. Required fields are marked *