ຂ່າວຕ່າງປະເທດ

ປວກກິນບ້ານຜະເດັດການກິນເມືອງ

🇲🇲🙏🥺 #Myanmar

ມີແຕ່ຄົນບ້າອຳນາດທີ່ເຊື່ອວ່າ
ສົງຄາມ​ ແລະ​ ການໃຊ້ຄວາມຮຸນແຮງ
ຈະນຳມາສູ່ສັນຕິ
ເພາະລະຫວ່າງທາງມັນຄືການສູນເສຍນອງເລືອດ
ແລະຄວາມຫົດຫູ່ເສຍສະຕິ
ຄວາມຮຸນແຮງບໍ່ອາດກອບກູ້ຄວາມສຸກຄືນມາໄດ້100%

ຄວາມ​ບ້າ​ ຄື​ ວິກົນຈະຣິດ ຫຼົງໄຫຼໃນສິ່ງມີອຳນາດຈົນຜິດປົກກະຕິ ໃຜກໍ່ຕາມທີ່ມີອຳນາດ ໃຊ້ອຳນາດຢ່າງມົວເມົາ ຫຼື​ ໃຊ້ອຳນາດທີ່ມີຢູ່ແບບຄົນວິກົນຈະຣິດ ທີ່ຮຽກວ່າ “ບ້າອຳນາດ​ນັ້ນ”​ ຈະນຳຄວາມເດືອດຮ້ອນໄປໃຫ້ຄົນອື່ນ.

​ ຍິ່ງມີອຳນາດໃຫຍ່ໂຕເທົ່າໃດ ກໍ່ຍິ່ງທຳລາຍລ້າງໄດ້ຫຼາຍເທົ່ານັ້ນຄົນປະເພດນີ້ ເປັນຄົນທີ່”ຕ່ອມຈາຣິຍະທຳ ຄຸນນະທຳ​ບົກຜ່ອງ” ຖ້າໄດ້ອຳນາດໄປໃຊ້
ຈະໃຊ້ອຳນາດນັ້ນໃນທິດທາງທີ່ບໍ່ຖືກຕ້ອງ

_ຂໍໃຫ້ປະຊາຊົນຊາວມຽນມາ ຈົ່ງປອດໄພແລະກັບຄືສູ່ສັນຕິໃນບໍ່ຊ້າ

ແລະຂໍໄວ້ອາໄລແກ່ຜູ້ທີ່ເສຍຊີວິດທຸກຄົນ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button