ອີຕົນເຈົ້າເດ! ຜົວໝົດຫົນທາງຊິໄປຕໍ່ປະກາດຂາຍດິນ ເພື່ອເອົາເງິນມາຮັກສາເມຍທີ່ປ່ວຍໜັກ

ຂໍປະກາດແດ່ພໍດີເຮົາມີດິນຢູ່ເມືອງນາຊາຍທອງບ້ານປາກແຮດທາງຕາດຫິນຄັນນາເນື້ອທີ່ຂອງດິນ25*41 ຫລື 1025 ຕາແມັດ ຕອນນີ້ເຮົາຕ້ອງການຈຳຫລືຂາຍ

ຫາກໃຜສົນໃຈຈະອະນຸເຄາະໂທ 02059899685ເສີດຫລືຫາກມີໃຜຢາກໃຫ້ຍືມຫລືໃຫ້ການຊ່ອຍເຫລືອກໍ່ແຈ້ງໄດ້ເພາະເຮົາບໍ່ຮູ້ວ່າສິໄປຂໍຄວາມຊ່ອຍເຫລືອຈາກໃຜເພາະເສດຖະກິດບ້ານເມືອງຕອນນີ້ກໍ່ວຸ່ນວາຍແລະເດືອດຮ້ອນເຕັມທົນ ແລະໂອກາດຂອງເມຍເຮົາຈະກັບມາກາພໍລິບລີ່

ແລະໂອກາດທີ່ເຮົາຈະເຮັດເພື່ອເມຍເຮົາກໍ່ຄືສິມີແຕ່ເທື່ອດຽວນີ້ ຖ້າຫາກວ່າພໍມີຄົນຈະຊ່ອຍອະນຸເຄາະໄດ້ກາຢາກໃຫ້ຊ່ອຍແຕ່ຖ້າວ່າຊ່ອຍເຮົາແລ້ວເດືອດຮ້ອນເຮົາກໍ່ຄົງບໍ່ສະບາຍໃຈທີ່ຈະຮັບແລະຕອນນີ້ເຮົາກໍ່ຍັງບໍ່ໄດ້ໂທລົບກວນໃຜໃຫ້ຊ່ອຍເລື້ອງເງິນເພາະຈິດໄຕ້ສຳນຶກຂອງເຮົາແຕ່ບວດມາ ມີມາໂດຍຕະຫລອດວ່າ

ການຂໍຄືການຮ້ອງໃຫ້ແລະຜູ້ຖືກຂໍ ຫາກບໍ່ເອົາໃຫ້ ປຽບຄືເພິ່ນຮ້ອງໃຫ້ຕອບແລະການຂໍແຕ່ລະເທື່ອຂອງເຮົາຈຶ່ງເປັນເລື້ອງໃຫຍ່ຫລາຍ

ຖ້າຫາກທ່ານໃດມີຄວາມຄິດເຫັນແນວໃດຂໍຄຳແນະນຳດ້ວຍ ຂໍຂອບໃຈຫລາຍໆເຈົ້າ

ທີ່ມາ:
