10 ສະໝູນໄພຊ່ວຍຮັກສາອາການເຈັບແຂ້ວ ໄດ້ຢ່າງໜ້າເຫຼືອເຊື່ອ

ແຂ້ວເປັນອະໄວຍະວະທີ່ຢູ່ໃນຊ່ອງປາກທີ່ເຮົາຕ້ອງໄດ້ເບີ່ງແຍງເອົາໃຈໃສ່ ໃຜທີ່ມີສຸຂະພາບແຂ້ວທີ່ດີຍ່ອມມີຄວາມໝັ່ນໃຈແຕ່ບໍ່ແມ່ນວ່າທຸກຄົນຈະມີສຸຂະພາບແຂ້ວທີ່ດີສະເໝີໄປ ຫຼາຍໆຄົນກໍ່ມີບັນຫາເລື່ອງຂອງແຂ້ວ ເຊັ່ນ: ແຂ້ວບໍ່ແຂງແຮງ, ແຂ້ວຜຸ, ແມງກີນແຂ້ວ, ແຂ້ວຫຼົ່ມ, ແຂ້ວອ່ຽງ, ແລະ ອາການປວດແຂ້ວນັ້ນຄົງຮູ້ກັນດີເລີຍວ່າເຈັບສຸດໆເຊັ່ນກັນ ທາງແກ້ຄືກີນຢາແກ້ປວດ ແລະ ໄປພົບໝໍແຂ້ວ ແຕມື້ນີ້ແອັດມີນມີອີກວິທີທີ່ຈະຊ່ວຍຫຼຸດອາການເຈັບແຂ້ວດ້ວຍຢາສະໝູນໄພມາຝາກ. ສະໝູນໄພແກ້ອາການເຈັບແຂ້ວມີດັ່ງນີ້:

1. ແກ່ນຫອມປ້ອມ: ນຳເອົາແກ່ນຫອມປ້ອມໄປຕົ້ມກັບນຳ້ ແລ້ວນຳມາບ້ວມປາກຕະຫຼອດຈະຊ່ວຍບັນເທົາອາການເຈັບແຂ້ວໄດ້ອີກດ້ວຍ.

2. ນຳ້ມັນກ້ານພູ: ຫາກເຈັບແຂ້ວຫຼາຍນຳ້ມັນກ້ານພູ ເປັນສະໝູນໄພທີ່ຊ່ວຍລະງັບອາການເຈັບແຂ້ວໄດ້ດີທີ່ສຸດພຽງອົມນຳ້ມັນການພູໄວ້ປະມານ 5 ນາທີ ຈະເຮັດໃຫ້ຮູ້ສືກມືນຢ່າງໄວວາ ແຕ່ມີສິດຢູ່ໄດ້ດົນແຕ່ປະມານ 90 ນາທີເທົ່ານັ້ນ.

3. ຫວ່ານຫາງແຂ້: ອີກຫນື່ງສະໝູນໄພແກ້ເຈັບແຂ້ວທີ່ຄ່ອນຂ້າງຫາໄດ້ງ່າຍຫຼາຍ ເນື່ອງຈາກຫວ່ານຫາງແຂ້ຈະມີສັບພະຄຸນໃນການທຳລາຍເຊື້ອໂລກ ແລະ ສະຫຼາຍສານຜິດ (Neutralization) ຂອງເຊື້ອໂລກ ວິທີໃຊ້ກໍ່ງ່າຍໆ ພຽງແຕ່ຫັ່ນຫວ່ານຫາງແຂ້ເປັນທ່ອນໆ ຍາວປະມານ 2-3 ຊັງຕີແມັດ ແລ້ວນຳມາເໜັບໃສ່ທີ່ວ່າງແຂ້ວບໍລິເວນທີ່ເຈັບກໍ່ຈະຊ່ວຍບັນບັນເທົາອາການໄດ້.

4. ດອກດາວເຮືອງ: ດອກດາວເຮືອງທີ່ເຮົາຄຸ້ນເຄີຍນຳເອົາດອກແຫ້ງ 7-8 ດອກໄປຕົ້ມກັບນຳ້ໃນປະລິມານທີ່ພໍດີແລ້ວເອົາມາຈິບໆກໍ່ສາມາດຫຼຸດອາການເຈັບແຂ້ວໄດ້ໂດຍບໍ່ຕ້ອງເພີ່ງຢາແກ້ປວດ ອີກທັງຍັງສາມາດຂັບຮ້ອນໃນຮ່າງກາຍໄດ້ອີກ.

5. ນ້ຳຫົວກະທຽມ : ພຽງແຕ່ໃຊ້ສຳລີຊຸບນຳ້ຫົວກະທຽມ ແລ້ວນຳມາທາບໍລິເວນທີ່ເຈັບແຂ້ວ ຈະຊ່ວຍບັນເທົາອາການເຈັບໄດ້ດີ

6. ໃບຊາ: ໃບຊາມີຄຸນສົມບັດທີ່ບໍ່ຄວນເບີ່ງຂ້າມນັ້ນກໍ່ຄື ຊ່ວຍຫຼຸດອາການອັກເສບ ແລະ ຫຼຸດອາການເຈັບແຂ້ວໄດ້ ພຽງແຕ່ນຳໃບຊາແຫ້ງໄປແຊ່ໃນນຳ້ຮ້ອນປະມານ 20ນາມທີ ແລ້ວຖ້າຈົນກ່ວານຳ້ຈະເລີ່ມອຸ່ນຈາກນັ້ນເອົາບ້ວນປາກທຸກມື້ ແລ້ວຕາມດ້ວຍນຳ້ສະອາດບ້ວນອີກເທື່ອໜື່ງຈະຊ່ວຍໃຫ້ເຈັບແຂ້ວຫຼຸດລົງ.

7. ຜັກບົ້ງນາ: ນອກຈາກຈະໃຊ້ໃນການປະກອບອາຫານແລ້ວ ຜັກບົ້ງນາຍັງມີສັບພະຄຸນຊ່ວຍຫຼຸດອາການເຈັບແຂ້ວໄດ້ ພຽງແຕ່ນຳເອົາຮາກສົດໆຂອງຜັກບົ້ງນາປະມານ 10 ກະລຼາມ ຕຳໃຫ້ລະອຽດແລ້ວຄັ້ນເອົາແຕ່ນຳ້ປະສົມກັບນຳ້ສົ້ມສາຍຊູອົມໄວ້ 5 ນາທີ ແລ້ວບ້ວນອອກດ້ວຍນຳ້ສະອາດ.

8. ໝາກໄສ້: ສູດນີ້ນິຍົມກັນມາຕັ້ງແຕ່ສະໄໝໂບຮານແລ້ວ ພຽງນຳເອົາຮາກສົດໆຂອງຕົ້ນໝາກໄສ້ມາຕຳພໍແຫລກຈາກນັ້ນກໍ່ນຳໄປພອກບໍລິເວນແຂ້ວເຫຼັມທີ່ເຈັບໂດຍໃຊ້ລີ້ນກົດໄວ້ບືດ1 ຈາກນັ້ນອາການເຈັບແຂ້ວກໍ່ຈະຄ່ອຍໆຫາຍໄປ.

9. ນ້ຳມັນລະຫຸ່ງ: ນຳນຳ້ມັນລະຫຸ່ງມາອຸ່ນ ແລ້ວໃຊ້ຜ້າຈຸບນຳ້ມັນທີ່ອຸ່ນມາປະຄົບບໍລິເວນທີ່ມີອາການເຈັບນຳ້ມັນລະຫຸ່ງຈະຊ່ວຍກະຕຸ້ນການໄຫຼວຽນຂອງເລືອດທີ່ໄປຂັງຢູ່ກັບເຊື້ອຈຸລີນຊີ ໃນກໍລະນີທີ່ເກີດການຕິດເຊື້ອ ຫຼື ການເຈັບຮາກແຂ້ວຊ່ວຍໃຫ້ລະງັບອາການເຈັບແຂ້ວໄດ້ດີ.

10.ຂ່າ ກັບ ເກືອ : ພຽງນຳເອົາຂາແກ່ທີ່ກຳລັງສົດໆ ຕຳໃຫ້ລະອຽດ ຈາກນັ້ນໃສ່ເກືອລົງໄປເລັກນ້ອຍເມື່ອໄດ້ແລ້ວນຳໄປອັດແຂ້ວທີ່ຜຸ ຫຼື ເປັນຮູ ຫຼື ນຳໄປພອກບໍລິເວນແຂ້ວທີ່ເຈັບກໍ່ຈະຊ່ວຍໃຫ້ອາການເຈັບຄ່ອຍໆດີຂື້ນ.