ຂ່າວຕ່າງປະເທດ

ລົດໄຟຕົກລາງຢູ່ໄຕ້ຫວັນ ເສຍຊີວິດ48ຄົນຂປລ.ຕາມ​ຂ່າວ​ຈາກ​ຈີນ,ວັນ​ທີ2​ເມສາ​ນີ້​,

ລົດໄຟຕົກລາງຢູ່ໄຕ້ຫວັນ ເສຍຊີວິດ48ຄົນຂປລ.ຕາມ​ຂ່າວ​ຈາກ​ຈີນ,ວັນ​ທີ2​ເມສາ​ນີ້​,

​ເກີດ​ອຸບັດ​ເຫດ ​ລົດ​ໄຟ​ຕົກລົງ​ ຢູ່​ເຂດ​ໄຕ​ຫວັນ​ຂອງ​ຈີນ ມີ​ຜູ້​ໂດຍສານ​ ເສຍ​ຊີວິດ​ 48 ຄົນ ​ແລະ ບາດ​ເຈັບ​ອີກ 66 ຄົນ ຈາກ​ຈຳນວນ ​ຜູ້​ໂດຍສານ​ 490ຄົນ ​ເປັນ​ເຫດການ ​ຄັ້ງຮຸນ​ແຮງ ​ທີ່​ສຸດ ​ໃນ​ຮອບ​ເກືອບ 40ປີ

ຜ່ານມາ ​ຫລັງ​ຈາກ ​ແລ່ນຕຳ​ກັບ​ ລົດບັນທຸກ ທີ່​ໄຫລ​ຕາມ​ຖະໜົນ ​ມາ​ຈາກ ​ຈຸດ​ກໍ່ສ້າງ​ ທີ່ຢູ່​ບໍ່​ຫ່າງ​ກັນ ຂະນະ​ທີ່ ​ລົດ​ໄຟ​ ຂະ​ບວນດັ່ງກ່າວ ອອກ​ຈາກ​ນະຄອນ​ໄທ​ເປ ພວມ​ມຸ່ງ​ໜ້າ ​ໄປ​ຍັງ ​ເມືອງ​ໄຖ​ຕົງ ​ແຕ່​ເກີດ​ຕົກ​ລາງ ​ໃນ​ອຸ​ໂມງ ​ເຂດ​ເມືອງ​ ຮົວຫລຽນ ທາງ​ຕາ​ເວັນ​ອອກ​ ຂອງ​ປະ​ເທດ ​ເຮັດ​ໃຫ້​ ຄົນ​ຂັບ​ລົດ​ໄຟ ​ເສຍ​ຊີວິດ​.ລົດ​ໄຟ​ ຂະ​ບວນນີ້ ຜູ້​ໂດຍສານ​ສ່ວນ​ໃຫຍ່​ ເປັນ​ນັກ​ທ່ອງ​ທ່ຽວ ​ແລະ ປະຊາຊົນ ທີ່​ພວມ​ກັບ​ເຮືອນ​

ໃນໄລຍະວັນທໍາອີດ ຂອງວັນພັກຍາວ ໃນເທດສະການ ເຊັງເມັງ ສ່ວນລະອຽດ ເຈົ້າໜ້າທີ່ ກ່ຽວຂ້ອງ ພວມສືບສວນ ສອບສວນ ຫາສາເຫດ ທີ່ເກີດຂຶ້ນໃນຄັ້ງນີ້ ຢ່າງຮີບດ່ວນ.

.ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button