ຂ່າວທົ່ວໄປ

ລົບຫຼີກການໃຊ້ໜີ້ມີໂທດຕິດຄຸກ 3ເດືອນຫາ 3ປີ ປັບໃໝ 5ລ້ານກີບຫາ 50ລ້ານກີບ

ນ. ມິ້ນ (ນາມສົມມຸດ) ໃຫ້ ນ. ມົນ (ນາມສົມມຸດ) ກູ້ຢືມເງິນຈຳນວນ 9.000.000 ກີບ. ສັນຍາກູ້ຢືມເງິນລະຫວ່າງທັງສອງຝ່າຍມີເນື້ອໃນ ກຳນົດການໃຊ້ແທນໜີ້ ແລະ ອົງປະກອບອື່ນໆ ຢ່າງຄົບຖ້ວນ ແລະ ຖືກຕ້ອງຕາມລະບຽບກົດໝາຍ. ເມື່ອເຖິງກຳນົດເວລາໃຊ້ແທນໜີ້ສິນ ມົນໄດ້ບ່າຍບ່ຽງການໃຊ້ໜີ້ໂດຍອ້າງວ່າ “ຕົນເອງບໍ່ມີລາຍຮັບໃນໄລຍະທີ່ຜ່ານມາ”. ແຕ່ວ່າ ມິ້ນໄດ້ສັງເກດເຫັນໃນ Facebook ສ່ວນໂຕຂອງ ມົນວ່າ ມົນມີຊິວິດການເປັນຢູ່ທີ່ສວານທາງກັບຄຳກ່າວອ້າງຂອງຕົນເຊັ່ນ: ເຫັນ ມົນຊື້ໂທລະຊັບມືຖືຍີ່ຫໍ້ດັ່ງໃໝ່, ເຫັນ ມົນໄປທ່ຽວ ຫຼວງພະບາງ, ເຫັນ ມົນຊື້ກະເປົ໋າແບຣນແນມໃໝ່. ມິ້ນໄດ້ຮູ້ຕື່ມວ່າ ມົນຍັງໄດ້ໄປກູ້ຢືມເງິນກັບ ທ.ເອກ (ນາມສົມມຸດ) ອີກຈຳນວນ 5.000.000 ກີບ. ເມື່ອ ມີ້ນ ທວງຖາມໃຫ້ ມົນໃຊ້ໜີ້ ມົນກໍປະຕິເສດອີກວ່າບໍ່ມີເງິນ ແລະ ຈະໃຊ້ໜີ້ຖ້າຕົນເອງມີເງິນ. ຕໍ່ກັບເຫດການດັ່ງກ່າວ ມີ້ນ ໃນຖານະເຈົ້າໜີ້ມີສິດຫຍັງແດ່ຕາມກົດໝາຍ?

ໃນກໍລະນີທີ່ສັນຍາກູຢືມລະຫວ່າງ ມິ້ນ ແລະ ມົນ ມີອົງປະກອບຄົບຖ້ວນຕາມກຳນົດຂອງກົດໝາຍແລ້ວນັ້ນ ຈະຖືວ່າທັງສອງຝ່າຍມີສາຍພົບພັນທ່າງແພ່ງຮ່ວມກັນ (ຂໍ້ຜູກພັນໃນສັນຍານຳກັນ). ເມື່ອຮອດກຳນົດເວລາໃນການໃຊ້ແທນໜີ້ສິນແລ້ວ ແຕ່ ມົນບໍ່ປະຕິບັດຕາມສັນຍາທີ່່ຕົກລົງກັນໄວ້. ອີງຕາມ ມາດຕາ 393 ຂອງປະມວນກົດໝາຍແພ່ງ 2018 ມິ້ນ ກໍມີສິດທວງໃຫ້ ມົນ ໃຊ້ແທນໜີ້ສິນ ຫຼື ຟ້ອງຮ້ອງຕໍ່ສານກ່ຽວກັບການລະເມີດສັນຍາດັ່ງກ່າວ.

ໃນກໍລະນີນີ້, ມິ້ນ ໄດ້ທວງຖາມໃຫ້ ມົນ ໃຊ້ໜີ້ເຖິງ ສອງ ຄັ້ງແລ້ວແຕ່ ມົນກໍຍັງເມີນເສີຍ. ສິ່ງທີ່ ມິ້ນ ຄວນເຮັດຕໍ່ຈາກນີ້ຄື ສະເໜີໄກ່ເກຍໜີ້ສິນລະຫວ່າງ ມິ້ນ ກັບ ມົນ ໃນຂັ້ນບ້ານ. ຖ້າຫາກມີການໄກ່ເກ່ຍແລ້ວ ມົນ ຍັງເມີນເສີຍຢູ່ ມິ້ນ ຄວນຟ້ອງຮ້ອງຕໍ່ສານກ່ຽວກັບການລະເມີດສັນຍາ ແລະ ຮຽກຮ້ອງຄ່າເສຍຫາຍ ຕາມມາດຕາ 394 ແລະ ມາດຕາ 475 ຂອງປະມວນກົດໝາຍແພ່ງ 2018 ທີ່ກໍານົດໃຫ້ເຈົ້າໜີ້ສາມາດທວງເອົາຕົ້ນທຶນ ພ້ອມດອກເບ້ຍ ແລະ ຍັງສາມາດຮຽກຮ້ອງເອົາຄ່າປ່ວຍການຊັບ ແລະ ຄ່າສິ້ນເປືອງໃນການດຳເນີນຄະດີ ແລະ ການປະຕິບັດຄຳຕັດສິນຂອງສານ ອີກດ້ວຍ.

ໃນຂະນະທີ່ ມິ້ນ ດຳເນີນການຟ້ອງຮ້ອງ ມົນ ທາງແພ່ງຢູ່ໃນຂັ້ນສານນີ້, ມິ້ນ ກໍຍັງມີສິດທີ່ຈະຟ້ອງຮ້ອງ ມົນ ທາງອາຍາ ນໍາອີກ ຖ້າເຫັນວ່າ ການກະທຳຂອງ ມົນ ເຂົ້າເງື່ອນໄຂ ຫລື ອົງປະກອບ ໃນຂໍ້ຫາ ຫຼົບຫຼີກການໃຊ້ແທນໜີ້ ຕາມມາດຕາ 235 ຂອງປະມວນກົດໝາຍອາຍາ 2017 ໂດຍມີເຈດຕະນາທີ່ຈະເຮັດໃຫ້ຄວາມສາມາດໃນການໃຊ້ໜີ້ຂອງຕົນຫຼຸດລົງ. ການກະທຳຜິດຕາມມາດຕາ 235 ດັ່ງກ່າວ ລວມມີ (1) ເຈດຕະນາເພິ່້ມໜີ້ (ກູ້ຢືມເງິນຕື່ມນຳ ທ. ເອກ) ແລະ (2) ເຈດຕະນາຫຼຸດຊັບສົມບັດທີ່ຕົນມີ (ຊື້ໂທລະຊັບໃໝ່, ທ່ອງທ່ຽວ). ຖ້າຫາກມີການພິສູດຕໍ່ໜ້າສານແລ້ວເຫັນວ່າ ມົນ ໄດ້ກະທຳຜິດຈິງ ມົນອາດຖືກຕັດສິນຕັດອິດສະລະພາບແຕ່ 3 ເດືອນ ຫາ 3 ປີ ພ້ອມທັງຖືກປັບໃໝ ແຕ່ 5.000.000 ກີບ ຫາ 50.000.000 ກີບ.

ພວກເຮົາ Phomsoupha & Son Law ຂໍແນະນຳໃນກໍລະນີມີການກູ້ຍືມເງິນບໍ່ວ່າຈຳນວນຫຼາຍ ຫຼື ໜ້ອຍ ທ່ານຄວນເຮັດສັນຍາເປັນລາຍລັກອັກສອນໃຫ້ລະອຽດ ແລະ ຮັດກຸມ. ສັນຍາທີ່ມີເນື້ອໃນຄົບຖ້ວນ ແລະ ຮັດກຸມຈະເປັນເກາະຄຸ້ມກັນຊັ້ນດີໃຫ້ກັບເຈົ້າໜີ້ໃນກໍລະນີທີ່ລູກໜີ້ປະຕິເສດ ຫຼື ຫຼົບຫຼີກການໃຊ້ໜີ້.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button