ອີກມຸມໜຶ່ງ ຂໍນຳສະເໜີ ເລື່ອງລາວ ຂອງເດັກຍິງຄົນໜຶ່ງ ຫວັງວ່າຈະເປັນຂໍ້ຄິດ ບົດຮຽນທີ່ເປັນກຳລັງໃຈໃຫ້ຫຼາຍໆຄົນ ເປັນເລື່ອງຂອງປະເທດເພື່ອນບ້ານ ຊື່ນ້ອງ ໃໝ່ ອາຍຸ 18 ປີ ນັກຮຽນຊັ້ນມັດທະຍົມສຶກສາຊັ້ນປີທີ່ 6 ຢູ່ອຳເພີ ຫ້ວຍຖະແຫຼງ ຈັງຫວັດລາດຊະສີມາ

ເປັນຄົນທີ່ຕັ້ງໃຈ ດຸໝັ່ນຕັ້ງໃຈຮຽນ ເຖິງວ່າຖານະຄອບຄົວຈະບໍ່ໄດ້ອຳນວຍຄວາມສະດວກ ບໍ່ໄດ້ມີຖານະຮັ່ງມີຫຍັງ ຈາກສະຖານະການໃນປັດຈຸບັນ ໂຄວິດ ໂຮງຮຽນ ບໍ່ໄດ້ເປີດ ບໍ່ໄດ້ເຂົ້າຮຽນ ແລະ ຮຽນຜ່ານທາງອອນລາຍຢູ່ເຮືອນ

ເຊິ່ງນ້ອງໃໝ່ ຄົນນີ້ ຕ້ອງຮຽນໜັງສື ທ່າມກາງກອງຂີ້ເຫຍື້ອ ຣີຊາຍເຄິນ (ຂີ້ເຫຍື້ອທີ່ສາມາດນຳມາປະດິດໃຊ້ຄືນໃໝ່ໄດ້) ອອມຮອບເຮືອນ ເພາະທີ່ບ້ານຂອງນ້ອງ ເກັບຂອງເກົ່າຂາຍ

ແຕ່ນ້ອງໃໝ່ ບໍ່ເຄີຍອາຍ ບໍ່ໄດ້ລັງກຽດ ຊ່ວຍພໍ່ແມ່ເກັບຂອງເກົ່າມາຕັ້ງແຕ່ 10 ປີ ພ້ອມທັງຕັ້ງໃຈຮຽນອີກ ແລະ ນີ້ກໍເປັນພາບທີ່ນ້ອງຮຽນໜັງສື ທ່າມກາງກອງຂີ້ເຫຍື້ອ ງານນີ້ບອກເລີຍວ່າ ຮຽນທີ່ໃດກໍໄດ້ທີ່ມີເນັດ ຮຽນບ່ອນໃດກໍເກັ່ງໄດ້ ຖ້າຕັ້ງໃຈທັງຕັ້ງໃຈຮຽນ ແລະ ກະຕັນຢູ ອານາຄົດໄກແນ່ນອນຄົນນີ້ ຊົມເຊີຍ

ຈາກ : nosejumbo.com