ຂ່າວທົ່ວໄປ

ຈາກໂພສ P’pingpong Sengdalasamai ເລົ່າເລື່ອງໂພສໄວ້ເຕືອນໃຈໂຕເອງ

“ພໍ່ຢູ່ໃສ” ໂພສໄວ້ເຕືອນໃຈໃຫ້ທຸກຄົນໄດ້ອ່ານ “ຂ້ອຍເປັນຄົນຢູ່ຫ່າງໄກພໍ່ແມ່ ເວລາມີບັນຫາບໍ່ຄ່ອຍໃຫ້ພໍ່ແມ່ຮູ້ ແຕ່ສຸດ​ທ້າຍ​ແລ້ວ…

ຂ້ອຍເປັນຄົນຢູ່ຫ່າງໄກພໍ່ແມ່ ເວລາມີບັນຫາບໍ່ຄ່ອຍໃຫ້ພໍ່ແມ່ຮູ້ຢ້ານເພິ່ນຄິດນຳເຮົາ (ຕອນນັ້ນຂ້ອຍເຈີບັນຫາໜັກທີ່ສຸດໃນຊີວິດ ທາງຕັນທໍ້ໝົດທຸກຢ່າງຄິດວ່າຈະຍອມແພ້ແລ້ວ ອົດແບກຮັບບໍ່ໄຫວເລີຍມາເລົ່າໃຫ້ພໍ່ຟັງ ເພາະສ່ວນຫຼາຍບໍ່ມັກໃຫ້ພໍ່ແມ່ຮູ້ວ່າເຮົາມີບັນຫາຫຼືທຸກໃຈ)

ສິ່ງທີ່ພໍ່ບອກຂ້ອຍໃນແຊັດນີ້ເປັນກຳລັງໃຈສຸດທ້າຍຂອງຂ້ອຍທີ່ເຮັດໃຫ້ຂ້ອຍສູ້ຕໍ່ ນັບແຕ່ມື້ນັ້ນມາຂ້ອຍກໍ່ເລືອກທີ່ຈະບໍ່ແບກຮັບມັນໄວ້ຄົນດຽວມີຫຍັງກະຈະມາເວົ້າສູ່ພໍ່ແມ່ຟັງມາປຶກສາຕະຫຼອດ.

ມື້ນີ້ຂ້ອຍໄດ້ເຈີກັບບັນຫາເກົ່າອີກຄັ້ງເຮັດໃຫ້ຂ້ອຍຄິດເຫັນໜ້າພໍ່ ຄິດຮອດຢາກປຶກສາຢາກອຸ່ນໃຈ ແຕ່ສິ່ງດຽວທີ່ເຮັດໄດ້ກະຄືກັບໄປອ່ານຄືນສິ່ງທີ່ພໍ່ເຄີຍບອກ ຕອນນັ້ນດ້ວຍຄວາມທີ່ກຳລັງໄຫ້ຟູມຟາຍຢູ່ຄິດຫຍັງບໍ່ອອກ ເລີຍເລື່ອນໄປເຫັນຂໍ້ຄວາມໃນແຊັດນີ້ ຂ້ອຍຢຸດອ່ານແລ້ວຮູ້ສຶກຍິ້ມ ແລະ ໃຈເຢັນຂຶ້ນ(ແຕ່ກະບໍ່ເຊົາໄຫ້ດອກ ໄຫ້ຕໍ່ຍ້ອນຄິດຮອດພໍ່).

ພໍ່ເປັນຄົນທີ່ຄິດຫາແລ້ວເຮັດໃຫ້ຂ້ອຍອຸ່ນໃຈທຸກຄັ້ງ ເຖິງມັນຈະບໍ່ແມ່ນຄຳຕອບທີ່ດີທີ່ສຸດແຕ່ມັນເຮັດໃຫ້ເຮົາຮູ້ສຶກດີ ມີກຳລັງໃຈຂຶ້ນມາສູ້ກັບບັນຫາທີ່ກຳລັງປະເຊີນຢູ່ ຄຳສັ້ນໆແຕ່ລ້ານຄວາມໝາຍເຖິງຄົນອື່ນຈະບໍ່ແນມເຫັນຄ່າເຮົາ ພໍ່ຄົນນີ້ຍັງຄອຍຢູ່ຂ້າງໆ, ໃຫ້ກຳລັງ ແລະ ພູມໃຈໃນໂຕລູກຄົນນີ້ສະເໝີ

ແຕ່ນີ້ຕໍ່ໄປຄືຊິບໍ່ມີອີກແລ້ວຄົນທີ່ຄອຍໃຫ້ຄຳປຶກສາ ໃຫ້ກຳລັງໃຈຄອຍບອກສອນລູກ ຈະເກັບຄຳນີ້ໄວ້ເຕືອນໃຈໂຕເອງທຸກຄັ້ງທີ່ເຈີບັນຫາເດີພໍ່ ລູກຮູ້ວ່າພໍ່ຢູ່ຂ້າງລູກຕະຫຼອດ ແນມລົງມາຍິ້ມໃຫ້ກຳລັງໃຈລູກຄົນເກັ່ງຂອງພໍ່ແນ່ເດີ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button