ຂ່າວທົ່ວໄປ
ຈົດໝາຍຮ້ອງທຸກ..!! ຝາກເຖິງພາກສ່ວນກ່ຽວຂ້ອງ ມາຈັດການຄົນຖິ້ມຂີ້ເຫຍື້ອຊະຊາຍ ເຂດບ້ານດົງໝາກຄາຍ

ຈົດໝາຍຮ້ອງທຸກ ໃຫ້ພາກສ່ວນກ່ຽວຂ້ອງ ມາຈັບຄົນຖິ້ມຂີ້ເຫຍື້ອ ຊະຊາຍແດ່.

ພິກັດ: ແມ່ນແຄມສ່ວນພຶກສາ ຫ້ວຍຍາງ-ດົງໝາກຄາຍ, ດ້ານຫຼັງ, ຕາມເສັ້ນທາງ ເຂົ້າຫາ ບ້ານດົງໝາກຄາຍ.ມີຄົນບໍ່ດີ ຄົນມັກງ່າຍ ເອົາຂີ້ເຫຍື້ອ ຈໍານວນຫຼາຍ ໄປຖິ້ມຊະຊາຍ, ສ້າງຄວາມເປີເປື້ອນ ກິ່ນເໜົ່າເໝັນ.ຂໍໃຫ້ພາກສ່ວນກ່ຽວຂ້ອງ ຊ່ວຍແດ່.

ລາຍງານໂດຍ: ປະຊາຊົນ ບ້ານດົງໝາກຄາຍ 12 ມິຖຸນາ 2021

Lao News Time | ເວລາຂ່າວ ສຳລັບທ່ານ