ອ່ານໃຫ້ຈົບ “ຊີວິດຂ້ອຍອາດຈະບໍເຄີຍລີ້ມລົດກັບການໃຊ້ຊີວິດໃນຮົ້ວມະຫາໄລຄືກັບຄົນອື່ນ

ຈາກ: Anousith Phommachanh “ຂໍເລົ່າປະສົບການຊີວິດ”ອ່ານໃຫ້ຈົບ “ຊີວິດຂ້ອຍອາດຈະບໍເຄີຍລີ້ມລົດກັບການໃຊ້ຊີວິດໃນຮົ້ວມະຫາໄລຄືກັບຄົນອື່ນ” ຫລັງຈາກຄອບຄົວປະສົບບັນຫາເປັນຫນີ້! ທີ່ນາ ແລະ ເຮືອນຖືກຍຶດແລະຂາຍອອກໄປໃນລາຄາທີ່ຕຳ່ກວ່າລາຄາຕະຫລາດ ຄອບຄົວແຕກແຍກ

ໄປຄົນລະທິດ ເຫລືອແຕ່ຂ້ອຍກັບພໍ່ສອງຄົນທີ່ຕ້ອງໄດ້ອາໃສຢູ່ໃນເຮືອນຫລັງນ້ອຍຂະຫນາດປະມານ4*6m ທີ່ກະຕັ້ງໃຫມ່ ທີ່ພໍມີແຕ່ຟາແອ້ມແລະຫລັງຄາບັງແດດພໍໄດ້ຫລົບໄພສ່ວນພື້ນເຮືອນແມ່ນຍັງເປັນຂີ້ດິນຫລຸບ ໆ ໂນນໆ ຫລັງຈາກເເນມເຫັນຊີວິດຂອງຄອບຄົວໂຕເອງເປັນແບບນີ້ແລ້ວ

ຂ້ອຍຈື່ງຄິດວ່າໂຕເອງເຖີງຈະຮຽນຕໍໄປກໍ່ຄົງບໍມີເງິນທີ່ຈະໄປຕໍ່ລະດັບມະຫາໄລໄດ້ສະນັ້ນຂ້ອຍຈື່ງລົມກັບເອື້ອຍວ່າຢາກຊອກວຽກເຮັດຢູ່ວຽງ ຂ້ອຍຕັດສິນໃຈອອກໂຮງຮຽນ ໃນຂະນະຮຽນຢູ່ຊັ້ນມໍ5 ໃນປີ2012 ຂ້ອຍໄດ້ລົງມາວຽງຈັນ ໂດຍມີເປົ້າຫມາຍຄື ຢາກເຮັດວຽກຢູ່ ປຳ້ນຳ້ມັນ,ເປັນເດັກເສີບຢູ່ຮ້ານອາຫານ

ຫລືເຮັດວຽກຢູ່ໂຮງງານກະໄດ້ຂ້ອຍຕ້ອງໄດ້ເຮັດວຽກແລກກັບການໃຫ້ເຂົາຊອກວຽກໃຫ້ເປັນເວລາເດືອນປາຍ ແຕ່ສຸດທ້າຍກໍບໍໄດ້ວຽກ ຊີວິດເລີ່ມເຈີທາງຕັນຫລາຍຂື້ນ ເງິນທີຕິດໂຕມາແຕ່ບ້ານມີພຽງແຕ່ແສນປາຍພໍແຕ່ຄ່າລົດ ກໍໃກ້ຈະຫມົດແລ້ວ ຕອນນັ້ນຄິດພຽງແຕ່ວ່າ ຂໍແຄ່ໄດ້ເຮັດວຽກ

ບໍວ່າວຽກຫຍັງກະສິເຮັດ ແລະແລ້ວຂ້ອຍກະຄິດອອກວ່າພໍມີຫມູ່ທີ່ຮູ້ຈັກມາເຮັດເປັນກຳມະກອນກໍສ້າງຢູ່ເຂດໂພນພະເນົາ ຂ້ອຍໂທຫາຫມູ່ຄົນນັ້ນແລ້ວຂໍໃຫ້ລາວ ຖາມຫົວຫນ້າລາວໃຫ້ຮັບຂ້ອຍເຂົ້າເປັນກຳມະກອນນຳແດ່ ແລະແລ້ວຂ້ອຍກະໄດ້ເຮັດວຽກເປັນກຳມະກອນກໍ່ສ້າງ

ຢູ່ຄອງລະບາຍນຳ້ແຕ່ໂພນພະເນົາຫາບືງທາດຫລວງ ເງິນກ້ອນແລກທີ່ເຮັດວຽກດ້ວຍເຫື່ອແຮງແລະຢາດນຳ້ຕາທີ່ຫາມາ ໄດ້800.000ກີບ ຂ້ອຍຮູ້ສຶກດີໃຈທີ່ສຸດຄັ້ງຫນື່ງໃນຊີວິດ ທີ່ເດັກນ້ອຍບໍເຄີຍເຮັດວຽກທຸກຍາກ ມາເຮັດວຽກກໍ່ສ້າງໄດ້ເງິນຈຳນວນນີ້

Related Posts

Leave a Reply

Your email address will not be published.