ແຈ້ງກປິດການເຂົ້າ-ອອກ ຂອງປະຊາຊົນພາຍໃນບ້ານນາແພງ

ຄະນະສະເພາະກິດເມືອງທຸລະຄົມ ແຈ້ງກປິດການເຂົ້າ-ອອກ ຂອງປະຊາຊົນພາຍໃນບ້ານນາແພງ.

ເນື່ອງມີຜູ້ຕິດເຊື້ອພະຍາດໂຄວິດ-19​ ຫົວໜ້າຄະນະສະເພາະກິດເມືອງ ແຈ້ງມາຍັງຫົວໜ້າກຸ່ມບ້ານ, ຫົວໜ້າ ປກສ ກຸ່ມບ້ານ,ອົງການປົກຄອງບ້ານນາແພງ ເມືອງທຸລະຄົມ ແຂວງວຽງຈັນ ປະຕິບັດດັ່ງນີ້:

1. ຫ້າມພໍ່ແມ່ປະຊາຊົນພາຍໃນບ້ານນາແພງອອກຈາກບ້ານ, ອອກຈາກເຮືອນ, ບໍລິເວນທີ່ພັກອາໄສຂອງຕົນ ຖ້າຫາກວ່າບໍ່ມີຄວາມຈຳເປັນແທ້ໆ ແລະ ຫ້າມບໍ່ໃຫ້ປະຊາຊົນບ້ານອື່ນມາພັກອາໄສຢູ່ພາຍໃນບ້ານ ໃນຊ່ວງໄລຍະການຈັດຕັ້ງປະຕິບັດແຈ້ງການສະບັບນີ້ ເປັນຕົ້ນ: ແມ່ນຫ້າມປະຊາຊົນພາຍໃນບ້ານນາແພງ ໄປບ້ານອື່ນຢ່າງເດັດຂາດ; ຍົກເວັ້ນກໍລະນີຈຳເປັນ ເຊັ່ນ: ໄປຊື້ເຄື່ອງອຸປະໂພກ-ບໍລິໂພກ, ໄປໂຮງໝໍ, ໄປທໍາການຜະລິດ, ໄປປະຕິບັດໜ້າທີ່ຕາມການມອບໝາຍຂອງການຈັດຕັ້ງ ແຕ່ຕ້ອງໄດ້ຮັບອະນຸຍາດຈາກອົງການປົກຄອງບ້ານສາກ່ອນ. (ເລີ່ມແຕ່ວັນທີ 14​ ຫາ 27 ມິຖຸນາ 2021 ).

2. ມອບໃຫ້ອົງການປົກຄອງບ້ານ, ປກສ-ກອງຫລອນບ້ານນາແພງ ຕິດຕາມ, ກວດກາລາດຕະເວນອ້ອມບ້ານ ພ້ອມຕັ້ງຈຸດເວນຍາມບ້ານຂອງຕົນ ຕະຫຼອດ 24 ຊົ່ວໂມງ, ຖ້າເຫັນວ່າມີບຸກຄົນໃດຫາກມີການເຄື່ອນໄຫວລະເມີດລະບຽບການ ແລະ ຄຳສັ່ງ, ແຈ້ງການຕ່າງໆທີ່ລັດຖະບານ, ແຂວງ ແລະ ເມືອງວາງອອກ ໃຫ້ຮີບຮ້ອນຈັດຕັ້ງປະຕິບັດຕາມລະບຽບກົດໝາຍ ຢ່າງເຂັ້ມງວດ

Related Posts

Leave a Reply

Your email address will not be published. Required fields are marked *