ແຈ້ງປິດການເຂົ້າ-ອອກ ຂອງປະຊາຊົນພາຍໃນບ້ານນາແພງ

ເນື່ອງມີຜູ້ຕິດເຊື້ອພະຍາດໂຄວິດ-19​ ຫົວໜ້າຄະນະສະເພາະກິດເມືອງ ແຈ້ງມາຍັງຫົວໜ້າກຸ່ມບ້ານ, ຫົວໜ້າ ປກສ ກຸ່ມບ້ານ,ອົງການປົກຄອງບ້ານນາແພງ ເມືອງທຸລະຄົມ ແຂວງວຽງຈັນ ປະຕິບັດດັ່ງນີ້:

ຄະນະສະເພາະກິດເມືອງທຸລະຄົມ ແຈ້ງກປິດການເຂົ້າ-ອອກ ຂອງປະຊາຊົນພາຍໃນບ້ານນາແພງ.

1. ຫ້າມພໍ່ແມ່ປະຊາຊົນພາຍໃນບ້ານນາແພງອອກຈາກບ້ານ, ອອກຈາກເຮືອນ, ບໍລິເວນທີ່ພັກອາໄສຂອງຕົນ ຖ້າຫາກວ່າບໍ່ມີຄວາມຈຳເປັນແທ້ໆ ແລະ ຫ້າມບໍ່ໃຫ້ປະຊາຊົນບ້ານອື່ນມາພັກອາໄສຢູ່ພາຍໃນບ້ານ ໃນຊ່ວງໄລຍະການຈັດຕັ້ງປະຕິບັດແຈ້ງການສະບັບນີ້ ເປັນຕົ້ນ: ແມ່ນຫ້າມປະຊາຊົນພາຍໃນບ້ານນາແພງ ໄປບ້ານອື່ນຢ່າງເດັດຂາດ; ຍົກເວັ້ນກໍລະນີຈຳເປັນ ເຊັ່ນ: ໄປຊື້ເຄື່ອງອຸປະໂພກ-ບໍລິໂພກ, ໄປໂຮງໝໍ, ໄປທໍາການຜະລິດ, ໄປປະຕິບັດໜ້າທີ່ຕາມການມອບໝາຍຂອງການຈັດຕັ້ງ ແຕ່ຕ້ອງໄດ້ຮັບອະນຸຍາດຈາກອົງການປົກຄອງບ້ານສາກ່ອນ. (ເລີ່ມແຕ່ວັນທີ 14 ຫາ 27 ມິຖຸນາ 2021 ).

2. ມອບໃຫ້ອົງການປົກຄອງບ້ານ, ປກສ-ກອງຫລອນບ້ານນາແພງ ຕິດຕາມ, ກວດກາລາດຕະເວນອ້ອມບ້ານ ພ້ອມຕັ້ງຈຸດເວນຍາມບ້ານຂອງຕົນ ຕະຫຼອດ 24 ຊົ່ວໂມງ, ຖ້າເຫັນວ່າມີບຸກຄົນໃດຫາກມີການເຄື່ອນໄຫວລະເມີດລະບຽບການ ແລະ ຄຳສັ່ງ, ແຈ້ງການຕ່າງໆທີ່ລັດຖະບານ, ແຂວງ ແລະ ເມືອງວາງອອກ ໃຫ້ຮີບຮ້ອນຈັດຕັ້ງປະຕິບັດຕາມລະບຽບກົດໝາຍ ຢ່າງເຂັ້ມງວດ

3.​ ໃຫ້ປິດການຮຽນ-ການສອນທຸກສະຖານທີ່ການສຶກສາ ທີ່ຢູ່ໃນຂອບເຂດບ້ານນາແພງ ລວມທັງນັກຮຽນທີ່ຢູ່ບ້ານນາແພງ ຈະໄດ້ໄປຮຽນຢູ່ໂຮງຮຽນບ້ານອື່ນກໍ່ໃຫ້ໂຈະ ແລະ ກັກໂຕຢູ່ພາຍໃນບ້ານຕາມແຈ້ງການສະບັບນີ້.

4. ໃຫ້ອົງການປົກຄອງບ້ານນາແພງ ຕິດຕາມປະຊາຊົນພາຍໃນບ້ານຂອງຕົນ ຖ້າຫາກພົບເຫັນກໍລະນີສົງໃສມີການຕິດເຊື້ອໂຄວິດ-19 ໃຫ້ຮີບຮ້ອນລາຍງານຄະນະສະເພາະກິດຂັ້ນເມືອງ ຮັບຊາບໂດຍໄວ (ເບີໂທ: 020 22245125, 020 28313834).

5.​ ໃຫ້ອົງການປົກຄອງບ້ານນາແພງ ເຜີຍແຜ່ແຈ້ງການສະບັບນີ້ໃຫ້ປະຊາຊົນພາຍໃນບ້ານຮັບຊາບໂດຍດ່ວນ.6. ມອບໃຫ້ກຸ່ມບ້ານພັດທະນາ, ປກສ ກຸ່ມບ້ານ ລົງຊຸກຍູ້ຕິດຕາມ, ກວດກາ ແລະ ຊີ້ນຳອົງການປົກຄອງບ້ານໃຫ້ຈັດຕັ້ງປະຕິບັດແຈ້ງການສະບັບນີ້ ໃຫ້ເຂັ້ມງວດ ພ້ອມທັງມີການລາຍງານໃຫ້ການນໍາເມືອງ, ຄະນະສະເພາະກິດຂັ້ນເມືອງເປັນແຕ່ລະໄລຍະ.

Related Posts

Leave a Reply

Your email address will not be published. Required fields are marked *