ໜ້າເສຍດາຍແທ້ໆ!ລາຍງານຈາກ ປະຊາຊົນ ທີ່ບ້ານຫາງຄອນ ເມືອງໂຂງ ແຂວງຈໍາປາສັກ ໃຫ້ຮູ້ ໃນວັນທີ 14 ມິຖຸນາ 2021 ວ່າ, ປະຊາຊົນ ໄດ້ພົບເຫັນ.

ປາຂ່າ ຕາຍ 1 ໂຕ. ເຊິ່ງຖືວ່າເປັນການສູນເສຍ ສັດໃກ້ສູນພັນ ທີ່ສໍາຄັນ ຂອງລາວ ກໍ່ຂອງຂອງ ໂລກ. ເພາະ ປາຂ່າ ຫຼື ປາໂລມາ ນໍ້າຈືດ ແມ່ນສັດທີ່ມີຄວາມສໍາຄັນ ໃນລະບົບນິເວດ ທາງນໍ້າ.

ສາເຫດຂອງການຕາຍ ຂອງປາຂ່າ ຄັ້ງນີ້ ແມ່ນຍັງບໍ່ທັນຮູ້ຊັດເຈນ, ທາງເຈົ້າໜ້າທີ່ກ່ຽວຂ້ອງຈະກວດສອບຕື່ມ.

ປະຊາຊົນໃຫ້ຮູ້ອີກວ່າ ປາຂ່າ ແມ່ນມີໜ້ອຍເຕັມທີ! ແລະ ໂຕນີ້ແມ່ນມັກຂຶ້ນມາລອຍນໍ້າໃຫ້ເຫັນ, ບໍ່ຮູ້ວ່າ ຈະຍັງມີໂຕອື່ນເຫຼືອອີກບໍ່.

#RIPໂລມານໍ້າຈືດເມືອງໂຂງ 🐳ເຫຼືອແຕ່ຊື່ລະນໍບາດນິ “ປາຂ່າ ແຫ່ງສີພັນດອນ”ແຮງມີໜ້ອຍ ໂຕສຸດທ້າຍຊໍ້າບໍ່ຈັກນິ ກະມາຕາຍຊໍ້າ 😢ຄົນລຸ້ນຫລັງກະຄືສິເຫັນແຕ່ຮູບປັນລະບາດນິ.
ລາຍງານໂດຍ: N’lutdavanh Pakse